GDPR ແມ່ນຫຍັງ ມັນສົ່ງຜົນກະທົບຫຍັງແດ່
ຄວາມເປັນສ່ວນໂຕ (Privacy) ກໍາລັງເປັນຫົວຂໍ້ທີ່ຫລາຍຄົນ ໃຫ້ຄວາມສົນໃຈ
ໂດຍສະເພາະມີເຫດການ Data Breach ແລະ ຂໍ້ມູນສ່ວນໂຕຂອງພວກເຂົາຖືກລັກໄປໃຊ້ໃນທາງທີ່ຜິດ ສົ່ງຜົນໃຫ້ຫລາຍປະເທດທີ່ພັດທະນາແລ້ວ ມີກົດຫມາຍປົກປ້ອງຂໍ້ມູນຜູ້ສົມໃຊ້ ລ່າສຸດທາງສະຫະພັນເອີຣົບ (EU) ມີການວາງແຜນປະຕິບັດກົດຫມາຍເພື່ອປົກປ້ອງຂໍ້ມູນຂອງພົນລະເມືອງ ແລະ ຮ້ອງຊື່ວ່າ: General Data Protection Regulation (GDPR)
GDPR ແມ່ນຫຍັງ
GDPR ແມ່ນກົດຫມາຍທີ່ປົກປ້ອງຄວາມເປັນສ່ວນໂຕຂອງພົນລະເມືອງທີ່ອາໄສຢູ່ໃນສະຫະພາບເອີຣົບ ເພື່ອຕອບຮັບກະແສການໃຊ້ອິນເຕີເນັດທຸລະກິດປະເພດ E-commerce ການໂຄສະນາ ແລະ ການຕະຫລາດອອນລາຍໃນອາຍຸກດິຈິຕອນ GDPR ໄດ້ລວບລວມກົດຫມາຍຫຼາຍໆຢ່າງກ່ຽວກັບການປົກປ້ອງຂໍ້ມູນຜູ້ສົມໃຊ້ ແລະ ໄດ້ເພີ່ມການລົງໂທດຫລາຍຂື້ນກວ່າເກົ່າເຊັ່ນ: ການເສຍຄ່າປັບມີຈໍານວນສູງຮອດ 20 ລ້ານຢູໂລ, ນອກຈາກນີ້ກົດຫມາຍໃຫມ່ຍັງລະບຸໃຫ້ບໍລິສັດທີ່ຖືຂໍ້ມູນຂອງພົນລະເມືອງຂອງສະຫະພັນຕ້ອງລາຍງານເຫດການ Data Breach ທີ່ເກີດຂື້ນກັບຫນ່ວຍງານກໍາກັບເບີ່ງແຍ່ງຂໍ້ມູນ ແລະ ຜູ້ສົມໃຊ້, ລວມໄປຮອດການຕອບຄໍາຖາມກ່ຽວກັບການນໍາເອົາຂໍ້ມູນຜູ້ສົມໃຊ້ໄປໃຊ້ວຽກ ແລະ ທີ່ສໍາຄັນແມ່ນ GDPR ເຮັດໃຫ້ປະເທດສະມາຊິກ ໃຊ້ກົດຫມາຍປົກປ້ອງຂອງຂໍ້ມູນສ່ວນບຸກຄົນຂໍ້ມູນດຽວກັນ ເຊິງຊ່ອຍເຮັດໃຫ້ງ່າຍຕໍ່ການດໍາເນີນທຸລະກິດລະຫວ່າງກຸ່ມປະເທດສະມາຊິກນໍາກັນ
ຜົນກະທົບຂອງ GDPR
GDPR ຊິເລີ່ມປະກາດບັງຄັບໃຊ້ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2018 ເຊິ່ງຜົນກະທົບຕໍ່ບໍລິສັດທັງຫມົດ ທີ່ມີຂໍ້ມູນກ່ຽວກັບພົນລະເມືອງຂອງສະຫະພາບເອີຣົບ ໂດຍບໍ່ສົນໃຈວ່າບໍລິສັດນັ້ນ ຊິຕັ້ງຢູ່ບ່ອນໃດຂອງໂລກ ກົດຫມາຍນີ້ບໍ່ມີແຕ່ປົກປ້ອງຂໍ້ມູນສ່ວນໂຕຂອງບຸຄົນເທົ່ານັ້ນເຊັ່ນ: ຊື່, ນາມສະກຸນ, ອີເມວ, ເບີໂທລະສັບ ຫຼື ທີ່ຢູ່ຂອງທ່ານ ມັນຈະປົກປ້ອງຂໍ້ມູນໃດໆທີ່ສາມາດຊີ້ນໍາກັບມາຫາບຸກຄົນດັ່ງກ່າວໄດ້ອີກ ບໍ່ວ່າຈະເປັນໂຕຕົນຢູ່ Social Media (ເຊັ່ນ IP) ຫຼື ສັນຍາລັກທາງ Social Media ບໍລິສັດໃດທີ່ຖືຂໍ້ມູນດັ່ງກ່າວຕ້ອງ “ເອົາໃຈໃສ່ໃນການຄວບຄຸມທາງດ້ານເທກນິກ ແລະ ການຄຸ້ມຄອງທີ່ເຫມາະສົມ” ເພື່ອໃຫ້ແນ່ໃຈວ່າຂໍ້ມູນສ່ວນບຸກຄົນທັງຫມົດຖືກເກັບໄວ້ຢ່າງປອດໄພ.
ວິທີການກະກຽມ
ສໍາລັບຄວາມພ້ອມຂອງບໍລິສັດທີ່ຖືຂໍ້ມູນສ່ວນບຸກຄົນຂອງສະຫະພາບເອີຣົບຄື ແມ່ນການສຶກສາ ແລະ ການກະກຽມຄວາມພ້ອມທີ່ດີ ບໍລິສັດຄວນທົບທວນການດໍາເນີນການຕ່າງໆ ແລະ ໃຫ້ແນ່ໃຈວ່າມາດຕະຖານການຄວບຄຸມທີ່ພວກເຂົາໃຊ້ ແມ່ນມີການປົກປ້ອງຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ໃນຂະນະທີ່ຜູ້ສົມໃຊ້ຄວນສຶກສາກົດຫມາຍເພື່ອຮູ້ສິດທິ ແລະ ຂອບເຂດທີ່ພວກເຂົາສາມາດດໍາເນີນເພື່ອປົກປ້ອງຂໍ້ມູນໄປໃຊ້ໃນທາງທີ່ບໍ່ຖືກຕ້ອງ ໂດຍສະເພາະການລະເມີດຂໍ້ມູນ ຢ່າງໃດກໍຕາມເຊັ່ນດຽວກັນກັບກົດຫມາຍອື່ນໆມັນຕ້ອງໃຊ້ເວລາຫຼາຍປີ ເພື່ອຕີຄວາມຫມາຍ ແລະ ອະທິບາຍໃຫ້ເຂົ້າໃຈ
ທີ່ມາຂອງຂ່າວ: https://securingtomorrow.mcafee.com
Comments are closed