ຕິດຕາມພວກເຮົາ:

Password ຍອດນິຍົມປີ 2017

ລະຫັດຜ່ານຍອດນິຍົມ

ບໍລິສັດຄວາມປອດໄພ SplashData ເຈົ້າຂອງ App ຈັດການລະຫັດຜ່ານ TeamsID ເປີດເຜີຍສະຖິຕິຂອງລະຫັດຜ່ານທີ່ບໍ່ຄວນໃຊ້ ຫຼື ເວົ້າອີກຢ່າງຄື ລະຫັດຜ່ານທີ່ບໍ່ຄວນໃຊ້ປະຈໍາປີ 2017

password-2017ໂດຍລໍາດັບ 1 ແລະ 2 ນັ້ນຍັງແມ່ນລະຫັດແບບເກົ່າທີ່ບໍ່ປ່ຽນແປງ ນັ້ນແມ່ນ 123456 ແລະ password ສ່ວນລໍາດັບ 3 ແມ່ນ 12345678 ພາບລວມນັ້ນເປັນລະຫັດຜ່ານທີ່ລື້ງເຄີຍ ແຕ່ Morgan Slain CEO ຂອງ SplashData ໃຫ້ຂໍ້ສັງເກດໃນລໍາດັບ 16 ຄື starwars ໂດຍແນະນໍາວ່າ Hacker ມັກເລືອກໃຊ້ຄໍາທີ່ເປັນກະແສນິຍົມໃນການຄາດເດົາ ເພາະຜູ້ໃຊ້ມັກເລືອກຄໍາແນວນີ້ເປັນລະຫັດຜ່ານເນື່ອງຈາກວ່າຈື່ໄດ້ງ່າຍ ແຕ່ແທ້ໆແລ້ວ ຄໍາເລົ່ານີ້ບໍ່ຄວນເອົາມາໃຊ້

10 ລໍາດັບລະຫັດຍອດນິຍົມ

  1. 123456
  2. password
  3. 12345678
  4. qwerty
  5. 12345
  6. 123456789
  7. letmein
  8. 1234567
  9. football
  10. iloveyou

ທີ່ມາຂອງຂ່າວ: https://www.macrumors.com

Comments are closed