ຕິດຕາມພວກເຮົາ:

  • Home
  • Security
  • ທຸກໆຄົນສາມາດລັກຂໍ້ມູນທັງຫມົດຂອງ Google Chrome ທີ່ຖືກບັນທຶກໄວ້ໄດ້

ທຸກໆຄົນສາມາດລັກຂໍ້ມູນທັງຫມົດຂອງ Google Chrome ທີ່ຖືກບັນທຶກໄວ້ໄດ້

Lior Margalit

ໄດ້ໃຫ້ຂໍ້ມູນຜ່ານ Post ຂອງເຂົາຜ່ານ Medium ວ່າທຸກໆຄົນສາມາດລັກຂໍ້ມູນທັງຫມົດຂອງ Google Chrome ທີ່ຖືກບັນທຶກໄວ້ໄດ້ເຊັ່ນ: Password, Form Fields, Bookmarks ແລະ Site History.

ໄດ້ມີການລາຍງານບັນຫານີ້ໄປຫາທາງ Google ແລະ ໄດ້ຄໍາຕອບຈາກພວກເຂົາຄື: ແມ່ນແລ້ວ ມີການໃຫ້ສິດການເຂົ້າເຖິງບັນຊີຜູ້ໃຊ້ທີ່ບໍ່ຈໍາກັດ ທ່ານສາມາດລັກຂໍ້ມູນໄດ້ ພ້ອມທັງສະແດງວິທີການໃຫ້ເຫັນວ່າສາມາດເຮັດໄດ້ແທ້

  • ກົດທີ່ Icon ມຸມຂວາ ຫຼື chrome://settings/manageProfile
  • ກົດ Edit person ຫຼື chrome://settings/people
  • Sign Out
  • ກົດ Sing in to chrome ໃຊ້ບັນຊີ Gmail ອື່ນທີ່ມີຢູ່ແລ້ວ (ຂອງ Gmail ເທົ່ານັ້ນ)
  • ກົດເລືອກ “this was me” ແລະ ກົດ continue

ຕອນນີ້ທ່ານຊິມີລະຫັດຜ່ານ ລວມທັງຂໍ້ມູນອື່ນໆ ທີ່ມີຢູ່ພາຍໃນບັນຊີ Google ຂອງຄົນທີ່ log in ກ່ອນໜ້ານີ້ ໂດຍບໍ່ຈໍາເປັນຕ້ອງຮູ້ລະຫັດຜ່ານຂອງເຂົາເຈົ້າເລີຍ, ແຕ່ຢ່າງໃດກໍ່ຕາມ ຂໍ້ມູນນີ້ມີຈຸດປະສົງເພື່ອໃຫ້ທຸກຄົນມີຄວາມຕື່ນໂຕທີ່ຊິຮັກສາຄວາມປອດໄພຂອງຂໍ້ມູນສ່ວນໂຕຂອງໂຕທ່ານເອງ.

ທີ່ມາຂອງຂ່າວ ແລະ ຂໍ້ມູນໂຕຢ່າງ: https://medium.com

Comments are closed