ຕິດຕາມພວກເຮົາ:

  • Home
  • News
  • Opera ເວີຊັນໃໝ່ ເພີ່ມລະບົບປ້ອງກັນຂຸດເໝືອງ

Opera ເວີຊັນໃໝ່ ເພີ່ມລະບົບປ້ອງກັນຂຸດເໝືອງ

Browser Opera ເວີຊັນໃໝ່ ເພີ່ມລະບົບປ້ອງກັນ Script ຂຸດເໝືອງ ລັກຂຸດ Bitcoin ໄວ້ໃນໂຕ

Opera ເປັນ Browser ທີ່ມີຄົນນິຍົມໃຊ້ຢູ່ຈໍານວນບໍ່ໜ່ອຍ ໄດ້ປ່ອຍເວີຊັນ Beta ຂອງ Opera 50 ອອກມາໃໝ່ ໂດຍມາພ້ອມກັບຄຸນສົມບັດໂດດເດັ່ນຄື ການໃສ່ລະບົບປ້ອງກັນການຂຸດເໝືອງເງິນ Digitally ເຂົ້າມາໄວ້ໃນໂຕ Browser

ເນື່ອງຈາກມູນຄ່າຂອງເງິນ Digitally ຄືພວກ Bitcoin ມີມູນຄ່າສູງຫຼາຍເຮັດໃຫ້ Hacker ພະຍາຍາມສ້າງ Script ໄປຝັງໄວ້ໃນເວັບໄຊ ຫາກເຮົາເຂົ້າໄປໃນເວັບໄຊທີ່ມີ Script ໂຕນີ້ຝັງຢູ່ ເຄືອງຂອງເຮົາ ອາດຈະເປັນເຄື່ອງມືຂຸດເໝືອງໃຫ້ Hacker ໂດຍທັນທີ່ ເຊິງມັນມີການກີນຊັບພະຍາກອນເຄື່ອງສູງຫຼາຍ ທັ້ງ CPU ແລະ RAM ທາງຜູ້ພັດທະນາ Opera ຈື່ງໄດ້ສ້າງລະບົບປ້ອງກັນມາໃສ່ໄວ້ໃນໂຕຂອງ Browser ເພື່ອໃຫ້ຜູ້ໃຊ້ ໝັ່ນໃຈໄດ້ວ່າ ຈະບໍ່ຖືກລັກຂຸດເໝືອງໃຫ້ກັບ Hacker ຢ່າງແນ່ນອນ

ພິເສດສໍາລັບຜູ້ທີ່ໃຊ້ Chrome ແລະ FireFox ສາມາດປ້ອງກັນໄດ້ໂດຍການຕິດຕັ້ງສ່ວນຂະຫຍາຍຄື:

  • Chrome ສ່ວນຂະຫຍາຍຊື່ວ່າ: No Coin – Block miners on the web! ຫຼື ສາມາດດາວໂຫຼດໄດ້ທີ່: https://chrome.google.com
  • FireFox ສ່ວນຂະຫຍາຍຊື່ວ່າ: No Coin ຫຼື ສາມາດດາວໂຫຼດໄດ້ທີ່: https://addons.mozilla.org

ທີ່ມາຂອງຂ່າວ: http://www.zdnet.com

 

Comments are closed