ຕິດຕາມພວກເຮົາ:

  • Home
  • Security
  • ຂໍ້ມູນຜູ້ໃຊ້ເຟສບຸກຫຼາຍລ້ານບັນຊີຮົ່ວໄຫຼ

ຂໍ້ມູນຜູ້ໃຊ້ເຟສບຸກຫຼາຍລ້ານບັນຊີຮົ່ວໄຫຼ

ຂໍ້ມູນຜູ້ໃຊ້ເຟສບຸກເກືອບ 533 ລ້ານບັນຊີຮົ່ວໄຫຼ

ຂໍ້ມູນຜູ້ໃຊ້ເຟສບຸກຖືກໂພດລົງເວັບບອດແຮັກເກີ ເນື້ອໃນຂໍ້ມູນນັ້ນມີ ຊື່, ເບີໂທ, ເພດ, ອາຊີບ, ປະເທດ, ເມືອງ, ວັນເກີດ ແລະ ຂໍ້ມູນອີເມວຜູ້ໃຊ້ ຈາກການກວດສອບຂອງ Alon Gal CTO ຈາກບໍລິສັດຮັກສາຄວາມປອດໄພທາງໄຊເບີ້ Hudson Rock ບອກວ່າ ຂໍ້ມູນສ່ວນນີ້ເປັນຂໍ້ມູນຕັ້ງແຕ່ປີ 20219 ໂດຍຈຸດບົກພ່ອງນີ້ເກີດຈາກ “Add Friend” ຂອງເຟສບຸກ ແລະ ໃນຕອນນີ້ຈຸດບົກພ່ອງດັງກວ່າໄດ້ຖືກແກ້ໄຂແລ້ວ

ໃນຕອນທີ່ເຟສບຸກກໍາລັງແກ້ໄຂຈຸດບົກພ່ອງ ຂໍ້ມູນນີ້ຖືກນໍາໄປຂາຍໃນລາຄາ 30,000$, ຫຼັງຈາກຈຸດບົກພ່ອງດັງກວ່າໄດ້ຖືກແກ້ໄຂແລ້ວ ຂໍ້ມູນເຫຼົ່ານີ້ ໄດ້ຖືກປ່ອຍໃຫ້ແຈກຟຣີ ຕັ້ງແຕ່ກາງປີ 2020 ຄິດວ່າແຮັກເກີ້ອາດຈະໄດ້ຂໍ້ມູນນີ້ໄປສ່ວນໜື່ງແລ້ວ ແລະ ອາດຈະນໍາຂໍ້ມູນເຫຼົ່ານີ້ໄປໃຊ້ປະໂຫຍດ ເພື່ອໂຈມຕີ Phishing ຫຼື ໃຊ້ເບີໂທການຕີແບບ Smishing

Comments are closed