ຕິດຕາມພວກເຮົາ:

  • Home
  • Plugins
  • Elementor Page Builder ຈັດການໜ້າເວັບໄຊງ່າຍໆ

Elementor Page Builder ຈັດການໜ້າເວັບໄຊງ່າຍໆ

Elementor Page Builder ຄືປັກອິນ Page Builder ທີ່ມີຄວາມຍືດຫຍຸ່ນສູງ

ເພື່ອຕອບສະຫນອງຄວາມຕ້ອງການໃນການເຮັດເວັບໃຫ້ຍືດຫຍຸ່ນໃນການຈັດວາງເນື້ອຫາ ແລະ ຕໍາແຫນ່ງຕ່າງໆໃຫ້ສາມາດເຮັດໄດ້ງ່າຍຂຶ້ນ ປ່ຽນຈາກການໃຊ້ Shortcode ແບບເກົ່າ ປ່ຽນມາເປັນແບບ Drag & Drop ເຊິງກະຕ້ອງຍອມຮັບວ່າກະແສມາແຮງດີບໍ່ມີຕົກ ທຸກເວັບໄຊກະຄວນຈະມີ Page Builder ໄວ້ສໍາຫລັບເຮັດຫນ້າ Landing Page ຂອງຕົວເອງ

Landing Page ຄືເພດທີ່ຕ້ອງການຄວາມສົນໃຈພິເສດໃນທີ່ນີ້ບໍ່ຈໍາເປັນຈະຕ້ອງເປັນຫນ້າ Homepage ແຕ່ແບບດຽວ ອາດຈະເປັນ Salepage ຫລື Event, About, Contact, Portfolio ຕ່າງໆເຫລົ່ານີ້ ສາມາດທີ່ຈະເຮັດໃຫ້ມີຄວາມຫນ້າສົນໃຈໂດຍໃຊ້ Page Builder ໄດ້ ເຊິງຈະເຮັດໃຫ້ໄດ້ຄວາມຮູ້ສຶກທີ່ແຕກຕ່າງຈາກການພິມຂໍ້ຄວາມແລ້ວເພີ່ມຮູບພາບຊ້າຍຂວາແບບເກົ່າ

ໂຕຢ່າງຫນ້າ Landing page ສ້າງຈາກ Elementor

ຄຸນສົມບັດ

  • Live Editor ສາມາດເຮັດວຽກໄດ້ແບບບໍ່ຕ້ອງກັບເຂົ້າມາໜ້າເບື້ອງຫລັງຄື Page Builder ໂຕອື່ນ
  • Drag & Drop ລາກວາງ Wiget, Section, Column, Resize ໄດ້ໂດຍອັດໂນມັດ
  • Column Gap ເພີ່ມໄລຍະຫ່າງລະຫວ່າງເນື້ອຫາຂອງແຕ່ລະຄໍລໍາໃນ Section ໂດຍອັດໂນມັດ
  • ສາມາດກໍາຫນົດຄວາມສູງຂັ້ນຕໍ່າຂອງ Section ໄດ້ ຫລື ຈະກໍາຫນົດໃຫ້ເຕັມຂະຫນາດຫນ້າຈໍໂດຍອັດໂນມັດກະໄດ້
  • ກໍາຫນົດການວາງເນື້ອຫາໃນຄໍລໍາອັດໂນມັດລະຫວ່າງໃກ້ທາງເທິງ ລະວ່າງກາງ ແລະ ໃກ້ທາງລຸ່ມ ເຮັດໃຫ້ຈັດຫນ້າໄດ້ໄວຂຶ້ນ
  • 400+ Fonts Awesome Icons
  • 600+ Google Fonts
  • ຮອງຮັບ Responsive
  • Parallax (ເລືກພື້ນຫລັງເປັນແບບ Fixed)
  • ສາມາດໃຊ້ວຽກຮ່ວມກັບ Widget ທີ່ມີຢູ່ໄດ້
  • No coding
  • Free & Open Source

ນີ້ແມ່ນຜູ້ຊ່ວຍການອອກແບບຂອງພວກເຮົາ

Here Are Our Little Design Helpers

ທີ່ມາຂອງຂ່າວ: https://elementor.com

Comments are closed