ຕິດຕາມພວກເຮົາ:

  • Home
  • News
  • Mozilla ເຜີຍເວັບໄຊຊວນຫຼາຍໃຊ້ HTTPS ແລ້ວ

Mozilla ເຜີຍເວັບໄຊຊວນຫຼາຍໃຊ້ HTTPS ແລ້ວ

Mozilla ເຜີຍເວັບໄຊຊວນຫຼາຍໃຊ້ HTTPS ແລ້ວ

Mozilla ໄດ້ເປີດເຜີຍສະຖິຕິການນໍາໃຊ້ຂອງຜູ້ຊົມໃຊ້ Mozilla Firefox ໃນວັນທີ່ 30 ມັງກອນ 2017 ຜ່ານມາ ມີການໃຊ້ງານເວັບໄຊດັ່ງກ່າວໂດຍຜ່ານ HTTPS ແລ້ວຮອດ 50.1%.

ຈໍານວນນີ້ແມ່ນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍເດືອນພະຈິກ 2016 ທີ່ຜ່ານມາ, ມີການໃຊ້ງານເວັບໄຊຜ່ານ HTTPS ແມ່ນຫນ້ອຍກ່ວາ 40% ເທົ່ານັ້ນ  ຊຶ່ງເປັນທີ່ແນ່ນອນວ່າກະແສການນໍາໃຊ້ HTTPS ເປັນຜົນມາຈາກການຊຸກຍູ້ຂອງຜູ້ຜະລິດໃນທົ່ວໂລກ ທີ່ຕ້ອງການຄວາມປອດໄພຂອງອິນເຕີເນັດໃຫ້ຫຼາຍຂື້ນ ໂດຍສະເພາະແມ່ນການສະຫນັບສະຫນູນຈາກຜູ້ຜະລິດຫຼາກຫຼາຍລວມທັງ Mozilla ແລະ Google.

ເຖິງຢ່າງໃດກໍຕາມ HTTPS ເຖິງແມ່ນວ່າຈະຊ່ວຍສ້າງຄວາມເປັນສ່ວນຕົວ ແລະ ຄວາມປອດໄພກັບຜູ້ທີ່ໃຊ້ອິນເຕີເນັດໃນທົ່ວໂລກຫຼາຍຂື້ນ ແຕ່ HTTPS ຕົວຂອງມັນເອງໄດ້ຖືກນໍາໃຊ້ເພື່ອປົກປິດຮ່ອງຮອຍຂອງການໂຈມຕີດັ່ງກ່າວເຊັ່ນການເຊື່ອງ Malware ໄວ້ພາຍໃຕ້ HTTPS ເຊັ່ນດຽວກັນ ແລະ ຜູ້ເບີ່ງແຍ່ງລະບົບທີ່ມີຄວາມສາມາດບໍ່ຫຼາຍ ກໍ່ຄິດວ່າການນຳໃຊ້ HTTPS ນັ້ນຊິເຮັດໃຫ້ເວັບໄຊປອດໄພ 100% ນັ້ນ ເຊິງເລືອງນີ້ບໍ່ແມ່ນຄວາມຈິງ.

Comments are closed