ຕິດຕາມພວກເຮົາ:

WordPress ແມ່ນຫຍັງ

WordPress ແມ່ນໂປຣແກຣມສຳເລັດຮູບ

WordPress ແມ່ນໂປຣແກຣມທີ່ມີໄວ້ເພື່ອບໍລິຫານຈັດການເນື້ອຫາຂອງເວັບໄຊ ( Contents Management System ຫຼື CMS) ນັ້ນເອງ ແທນທີ່ໆເຮົາຈະດາວໂຫລດໂປຣແກຣມມາສ້າງ ແລະ ອອກແບບເວັບໄຊໃນຄອມພິວເຕິຂອງເຮົາເຊັ່ນ: Macromedia Dreamwaver, Microsoft Fontpage ເປັນຕົ້ນ ແຕ່ CMS ນັ້ນຖຶກສ້າງມາເພື່ອໃຊ້ງານໃນອິນເທີເນັດໂດຍກົງ ໝາຍຄວາມວ່າເຮົາໃຊ້ໂປຣແກຣມນີ້ ເຮົາສາມາດໃຊ້ໄດ້ເລີຍຜ່ານອິນເທີເນັດ ພຽງແຕ່ເຮົາເຂົ້າສູ່ລະບົບຈັດການຂອງ CMS ນັ້ນໆ ບາງຄົນອາດຈະຄຸ້ນຫູກັບ CMS ເຈົ້າອື່ນເຊັ່ນ: joomla, simple machines, open cart, magento ເປັນຕົ້ນ

  • ຂໍ້ດິຂອງ CMS ແມ່ນສະດວກຕໍ່ການໃຊ້ງານ ເຮົາບໍ່ຕ້ອງເລີ້ມສ້າງເວັບຈາກ 0 ບໍ່ຈໍາເປັນຕ້ອງມີຄວາມຮູ້ດ້ານ ໂປຣແກຣເມິ ເພາະລະບົບມິທຸກຍ່າງໃຫ້ແລ້ວ ເຮົາມີໜ້າທີ່ແຕ່ໃສ່ເນື້ອຫເຮົາເຂົ້າໄປ
  • ຂໍ້ເສຍຂອງ CMS ແມ່ນ ບາງຄັ້ງອາດຈະມີຫຼາຍເກີນຄວາມຈຳເປັນ

WordPress ປະກອບມີຫຍັງແດ່

WordPress ຂຽນຂື້ນໂດຍພາສາ PHP ແລະ ໃຊ້ Apache, MySQL ແລະ PhpMyAdmin ໃນການ Run ເຊີບເວິເຮົາສາມາດລອງໃຊ້ໂປຣແກຣມ DesktopServer ເພື່ອຈຳລອງເຊີບເວິກ່ອນ

  • WordPress Coreແມ່ນໂຕຂັບເຂື່ອນຫຼັກ ໂດຍເຮົາສາມາດດາວໂຫລດ WordPress  ຮຸ່ນລ່າສຸດໄດ້ທີ່ WordPress.org ແລະ th.wordpress.org
  • Themes: ເປັນພາກສ່ວນສະແດງພາຍນອກ ແລະ ຍັງມີຄຸນນະສົມບັດເສີມຕ່າງໆ ມາພ້ອມ ປຽບສະເໝືອນການອອກແບບດີໄຊລົດແຕ່ລະບໍລິສັດກໍຈະອອກແບບແຕກຕ່າງກັນໄປ ມີຄຸນສົມບັດພິເສດຕ່າງກັນ ມີທັງ Theme ຟີຣ ແລະ Them ແບບ premium ເຮົາສາມາດດາວໂຫລດ Theme ຟີຣໄດ້ຈາກ https://wordpress.org/themes/  ເຊີ່ງເປັນບ່ອນລວມ Theme ຈາກນັກພັດທະນາທົ່ວໂລກສົ່ງ Theme ຂອງໂຕເອງຂື້ນໄປໃຫ້ເຮົາສາມາດຕິດຕັ້ງ ໃຊ້ໄດ້ຟີຣຈາກໜ້າຄວບຄຸມຂອງ WordPress ເລີຍ ຫຼື ໃຊ້ Google ໃນການຄົ້ນຫາ WordPress Free Theme ແລ້ວຕາມດ້ວຍ ປະເພດຂອງ Theme ທີ່ຕ້ອງການເຊັ່ນ:  WordPress Free Fashion Theme ເປັນຕັ້ນສຳລັບເວັບທີ່ເຮັດ Theme ແບບ premium ມາຂານກໍມີຫຼາຍເຊັ່ນດຽວກັນ ນອກຈາກນີ້ຍັງມີ ຕະຫຼາດ Theme ທີ່ໃຫຍ່ທີ່ສຸດ ຄື Themeforest.net ທີ່ທີ Theme ຫຼາຍກ່ວາ 6,000+ Theme ໃຫ້ເຮົາໄດ້ເລືອກຊື້ ແລະ ດາວໂຫລດ ຂໍ້ແຕກຕ່າງລະຫວ່າງ Theme ຟີຣ ກັບ Theme premium ນັ້ນ ນອກຈາກໃນເລື້ອງຂອງ ຄຸນສົມບັດ Theme ແລ້ວ ຍັງມີໃນເລື້ອງຂອງການ ຊັບພອດສຈາກຄົນຂຽນ Theme ການອັບເດດ ທີ່ Theme ແບບ premium ຈະໃຫ້ໄດ້ຫຼາຍກ່ວາ
  • Plugins: ແມ່ນສ່ວນເສີມຂອງ WordPress ທີ່ຊ່ວຍເພີ່ມຄວາມສາມາດໃຫ້ກັບເວັບ ຫຼື ດັັດແປງເພື່ອໃຊ້ງານ ສະເພາະດ້ານເຊັ່ນ: ການໃຊ້ Plugins WooCommerce ເພື່ອສ້າງຮ້ານຂາຍສິນຄ້າອອນລາຍ Theme premium ມັກຈະມີຄຸນສົມບັດເສີມຫຼາຍຢ່າງຊ່ວຍໃຫ້ເຮົາລົດການຕີິດຕັ້ງລົງໃນ Plugins ເພາະການຕິດຕັ້ງ Plugins ຫຼາຍໆ ຈະເຮັດໃຫ້ການອັບເດດໃນບາງເທື່ອອາດຈະມີການກະທົບການເຮັດວຽກສ່ວນອື່ນໆ

ຂັ້ນຕອນໃນການສ້າງເວັບໄຊດ້ວຍ WordPress

ຄິດກ່ອນວ່າເຮົາຈະເຮັດເວັບໄຊຫຍັງ ແລະ ຫາ Theme ທີ່ເຮົາມັກ ແລະ ເໝາະສົມກັບເວັບຂອງເຮົາ (ເປັນຂັ້ນຕອນທີ່ປົກກະຕິຈະໃຊ້ເວລາດົນທີ່ສຸດ ແຖມສ່ວນຫຼາຍກໍຈະມັກທີ່ຈະບໍ່ຈົບທີ່ Theme ດຽວ ດັ່ງນັ້ນຈື່ງຄວນຄິດໃຫ້ຫຼາຍໆ) ຕິດຕັ້ງ wordpress, theme, Plugins ທີ່ຕ້ອງການໃຊ້

ການເລືອກ Theme ທີ່ດີຈະສົ່ງຜົນເຖິງອະນາຄົດຂອງເວັບ ຊ່ວຍໃຫ້ຕັດເລື່ອງຈຸກຈິກນ້ອຍໆຫຼາຢ່າງອອກໄປ ບາງ Theme ມີຫຼາຍຄຸນສົມບັດຈົນດເຮົາບໍ່ຈຳເປັນຕ້ອງລົງ Plugins ເສີມໃຫ້ຫຼາຍອັນ ຫຼື ຖ້າເຮົາຕ້ອງການເວັບທີ່ລຽບງ່າຍ ກໍບໍ່ຈຳເປັນຕ້ອງເລືອກ Theme ທີ່ມີລູກຫຼີ້ນຫຼາກຫຼາຍ ແຕ່ໃຫ້ເນັ້ນໄປທີ່ເນື້ອຫາແທນ

WordPress ເໝາະກັບເວັບໄຊແບບໃດ

ທີ່ຈິງແລ້ວ WordPress ເໝາະກັບການເຮັດເວັບໄຊທຸກແບບ ແຕ່ບາງແບບນັ້ນເຮົາກໍຕ້ອງຮູ້ເລິກເຊິ່ງ ຫຼື ມີພື້ນທານທາງດ້ານໂປຣແກຣມນຳ ດັ່ງນັ້ນ ເຮົາຈະເວົ້າແບບ Beginner ແທ້ໆ ເພາະວ່າ CMS ແຕ່ລະໂຕນັ້ນກໍມີຈຸດເດັ່ນແຕກຕ່າງກັນ ເວັບເລົ່ານີ້ເປັນເວັບທີ່ເໝາະກັບການໃຊ້ງານ WordPress

  • Web blog ເໝາະທີ່່ສຸດ ເປັນ CMS ທີ່ບຣອກເກິໃຊ້ງານຫຼາຍທີ່ສຸດໃນໂລກເລີຍກໍວ່າໄດ້
  • ເວັບ Article ຂຽນບົດຄວາມຕ່າງໆ ຣີວິວໂຮງແຮມ, ຮ້ານອາຫານ, ແອັບໂທລະສັບ ແລະ ອື່ນໆ
  • ເວັບຂ່າວ ເວັບລາຍການຕ່າງໆ ການຈັດໝວດໝູ່ ແລະ ແທັກ ( Categories, Tags ) ໃນ WordPress ນັ້ນຊ່ວຍໄດ້ງ່າຍຫຼາຍ ເພາະ Theme Magazine ກໍຫຼາຍພໍສົມຄວນ ເວັບຂ່າວທີ່ບໍ່ແມ່ນນັກຂ່າວໂດຍກົງກໍມັກຈະໃຊ້ WordPress ເພາະສາມາດລົດຄ່າໃຊ້ຈ່າຍໄດ້ຫຼາຍ
  • ເວັບ Portfolio ມີ Theme ກ່ຽວກັບ Portfolio ຢ່າງຫຼວງຫຼາຍໃຫ້ເຮົາໄດ້ນຳສະເໜີຜົນງານຂອງເຮົາໄດ້ຢ່າງໜ້າສົນໃຈ
  • ເວັບບໍລິສັດ ມີ Theme ທີ່ເບີ່ງໜ້າເຊື່ອຖືເປັນ Professional ເລືອກຢ່າງຫຼວງຫຼາຍ ມີເຄື່ອງມືຄົບ ໂດຍບໍ່ຕ້ອງຈ້າງອອກແບບເພີ່ມ
  • ເວັບໄຊ e-commerce  ຂາຍສິນຄ້າອອນລາຍ ໂດຍໃຊ້ Plugin ເຊັ່ນ: WooCommerce ຫຼື Easydigitaldownloads 
  • ນອກຈາກນີ້ WordPress ຍັງສາມາດສ້າງເວັບບອດ ແລະ ເວັບ Community ໄດ້ໂດຍໃຊ້ Plugin ເຊັ່ນ: bbPress
  • ເວັບໄຊທີ່ຕ້ອງການຄວາມແຮງໃນດ້ານ SEO ເພາະ WP ຖືວ່າເດັ່ນໃນເລື່ອງນີ້ຫຼາຍ ຂຽນຫຼີ້ນໆກໍຕີິຜົນຄົ້ນຫາໃນ Google ໄດ້
  • ເວັບໄຊ ທີ່ມີຫຼາຍພາສາ WordPress ນັ້ນໄດ້ຖືກແປທົ່ວໂລກລວມທັງ ພາສາລາວ ແລະ ຍັງມີ Plugin ທີ່ຊ່ວຍຈັດການເນື້ອຫາສຳລັບເວັບໄຊທີ່ຕ້ອງການໃຊ້ຫຼາຍພາສາ ເຊັ່ນ: WPML, Polylang

ຄວາມແຕກຕ່າງລະຫວ່າງ WordPress.com ແລະ WordPress.org

ຖ້າເຮົາຄົ້ນຫາໃນ Google ເບິ່ງເຮົາຈະເຫັນວ່າ ແທ້ໆແລ້ວມັນຈະມີ WordPress ຢູ່ 2 ລຸ່ນຄື: WordPress.com ແລະ WordPress.org

  • wordpress.com ນັ້ນແມ່ນຜູ່ບໍລິການບລອກຟີຣທົ່ວໄປ ເຊັ່ນ: Blogger ຂອງ Google, Tumbr ໂດຍ WordPress ກໍຈະໃຫ້ບໍລິການພື້ນທີ່ຟີຣສຳລັບການຂຽນບລອກ ໂດຍຈະມີຮູບແບບຂອງເວັບທີ່ເອີ້ນວ່າ Theme ໃຫ້ເຮົາເລືອກໜ້າຕາເວັບໄຊ ແລະ ມີໂດເມນໃຫ້ພ້ອມ ຄືບລອກທົ່ວໄປ ທີ່ໂດເມນເຮົານັ້ນຈະມີ .WordPress.com ຕໍ່ທ້າຍ ແຕ່ເຮົາຈະບໍ່ມີຄວາມຢຶດຢຸ່ນໃນການປັບແຕ່ງຫຼາຍປານໄດ ເຖິງວ່າຈະເສຍຄ່າບໍລິການລາຍປີ ເຮົາອາດຈະໄດ້ປັບແຕ່ງ CSS ແລະ ສິສັນຫຼືໂຕໜັງສືໃນບາງຕຳແໜ່ງເທົ່ານັ້ນ ແລະ ຈຳນວນ Theme ທີ່ເຮົົາສາມາດໃຊ້ໄດ້ກໍຍັງມີຈຳນວນຈຳກັດ

  • wordpress.org ໂດຍຈະມີລັກສະນະຄືກັບ wordpress.com ເກືອບທຸກບ່ອນ ພຽງແຕ່ wordpress.org ນີ້ຈະນຳເອົາໂຕຫຼັກທີ່ຢູ່ເບື້ອງຫຼັງການເຮັດວຽກ wordpress.com ອອກມາໃຫ້ເຮົາດາວໂຫລດໄປໃຊ້ງານ ໂດຍເຮົາຈະຕ້ອງໄປຫາສ່ວນປະກອບອື່ນໆເອງ ທັງພື້ນທີິ່ (ໂຮດສ) ໂດເມນ, Theme ແລະ Plugin ແຕ່ຂໍ້ດີຂອງມັນກໍຄື ເຮົາສາມາທີ່ຈະປັບແຕ່ງໄດ້ແບບອິດສະຫຼະ ຂື້ນຢູ່ກັບຄວາມສາມາດຂອງຜູ່ປັບແຕ່ງເອງ ເຊີ່ງເວັບໄຊຂອງເຮົາຈະຊ່ວຍໃຫ້ຜູ່ອ່ານສາມາດປັບແຕ່ງ wordpress ໄດ້ໂດຍໃຊ້ໂຄດໃຫ້ນ້ອຍທີ່ສຸດ ເຖິງເຮົາຈະບໍ່ໄດ້ສຶກສາທາງດ້ານ code ມາເລິຍກໍຕາມ ເຮົາກໍສາມາດມີເວັບໄຊແບບງາມໆເປັນຂອງໂຕເອງໄດ້ແນ່ນອນດັ່ງນັ້ນຖ້າທ່ານຄິດວ່າທ່ານບໍ່ຕ້ອງການທີ່ຈະປັບປຸງເພີ່ມເຕີມຄວາມສາມາດອື່ນໆ ໃຫ້ກັບເວັບໄຊຂອງທ່ານນອກຈາກການຂຽນບົດຄວາມ ເຮົາກໍສາມາດເລືອກ wordpress.com ໄວ້ເປັນ Blog  ກໍໄດ້ແຕ່ຖ້າຫາກທ່ານຕ້ອງການເຮັດເວັບໄຊປະເພດອື່ນໆ ຕາມທີ່ເຮົາແນະນຳກ່ອນໜ້ານີ້ ທ່ານຈຳເປັນທີ່ຈະຕ້ອງໃຊ້ wordpress.org

wordpress.org

  • ຄ່າໃຊ້ຈ່າຍ: ໂຕ wordpress ນັ້ນເປັນ Open source ເຊິ່ງແປວ່າເປີດໃຫ້ທຸກຄົນສາມາດໃຊ້ງານໄດ້ຟີຣ ແລະ ຍັງມີ Plugin ຟີຣ Theme ຟີຣ ໃຫ້ເຮົາໄດ້ເລືອກໃຊ້ງານອິກຫຼາຍໝື່ນ Theme ແຕ່ສີ່ງທີ່ຕ້ອງຕຽມໄວ້ໃຊ້ຈ່າຍຄ່າອື່ນໆກໍມີເຊັ່ນດຽວກັນ
  • ໂຮສ໌ຕິ້ງ (Hosting): ແມ່ນພື້ນທີ່ສຳລັບໃຊ້ຕິດຕັ້ງເຊີບເວິ ແລະ ເກັບໄຟລ໌ຂອງ WordPress ທັງໝົດ Hosting ນັ້ນມີຫຼາຍແບບ ທັງ Share Hosting, VPS hosting, Dedicate hosting ຫຼື Manage wordpress hosting ໂດຍສະເພາະ ແຕ່ເຊີບເວິຈະໄດ້ຮັບ IP Address ທີ່ແຕກຕ່າງກັນ ເຊັ່ນ: 124.220.17.192 ເຮົາສາມາດເຂົ້າເຖິງເວັບໄຊຂອງເຮົາຜ່ານ IP Address ເຫຼົ່ານັ້ນໄດ້ ສາມາດເລືອກໃຊ້ໄດ້ຕັ້ງແຕ່ຫຼັກຮ້ອຍນຈົນຮອດຫຼັກໝື່ນເລີຍກໍໄດ້
  • ໂດເມນ (Domain): ເປັນບໍລິການທີ່ຊ່ວຍໃຫ້ເຮົາສາມາດເຂັ້າເຖິງເວັບໄຊຂອງເຮົາໄດ້ງ່າຍຂື້ນ ໂດຍການໃຊ້ຊື່ເວັບໄຊແທນ IP Address ແລ້ວຕາມດ້ວຍ .com, .net ແລະອື່ນໆ ອິກຫຼາຍ ໂດເມນຈະເຮັດໜ້າທີ່້ເຊື່ອມຕໍ່ກັບ IP Address ຂອງເຮົາ
  • Premium Themes, Plugins: ບໍ່ວ່າຈະມີ Themes ຟີຣຫຼາຍ ແຕ່ Premium Theme ນັ້ນມີຄຸນສົມບັດຫຼາກຫຼາຍທີ່ຊ່ວຍໃຫ້ເຮົາເຮັດວຽກໄດ້ງ່າຍ ແລະ ມີການອອກແບບທີ່ສວຍງາມ ດັ່ງນັ້ນສ່ວນການລົງທືນກັບ Premium Themes ກໍຄຸ້ມທີ່ຈະລົງທືນ ລາຄາຂື້ນຢູ່ກັບແຕ່ລະເຈົ້າ ຖຶກແພງແຕກຕ່າງກັນສຳລັບ Theme ນັ້ນມີລາຄາຢູ່ປະມານ 250,000 ຫາ 500,000 ສ່ວນ Plugin ນັ້ນກໍສາມາດແລ້ວແຕ່ເຮົາເພາະມີທັງຖືກ ແລະ ແພງ
  • ຕະຫຼາດ Themesforest.net ຕະຫຼາດ Plugin Codecanyon ( ຕະຫຼາດອອນລາຍເຫຼົ່ານີ້ເປັນພຽງບ່ອນພັດທະນາເທົ່ານັ້ນ ນອກເໜືອຈາກນີ້ຍັງມີເວັບທີ່ນັກພັດທະນາເປັນຄົນເປີດຂາຍເອງອິກຫຼາຍ ຖ້າຢາກຄັ້ນຫາ Themes ຫຼື Plugin ແບບອື່ນ ໃຫ້ລອງໃຊ້ google ຄົ້ນຫາເລີຍ ແລ້ວຈະພົບບ່ອນຂາຍ Themes ແລະ Plugins ງາມໆອິກຫຼາຍ )
  • ລວມແລ້ວ ຖ້າເຮົາເລີ່ມຕົ້ນທີ່ການໃຊ້ Themes Free ຄ່າໃຊ້ຈ່າຍທີ່ເຫຼືອກໍຈະເປັນ Host, Domain ປະມານ 250,000 (ເລີ່ມຕົ້ນ ສຳລັບເວັບຂະໜາດນ້ອຍ) ແຕ່ຖ້າໃຊ້  Themes Premium ກໍອາດຈະໄດ້ເພີ່ມເຂົ້າໄປອິກ 250,000 – 500,000 ກິບ

ສ້າງເວັບໄຊໂດຍໃຊ້ WordPress ຢາກ ແລະ ງ່າຍຊໍາໃດ

WordPress ຖືກສ້າງຂື້ນມາເພື່ອໃຫ້ໃຊ້ງານງ່າຍທີ່ສຸດ ແຕ່ແນ່ນອນວ່າແຕ່ລະຄົນມີຄວາມໄວໃນການປັບໂຕເຂົ້າກັບເທັກໂນໂລຍີແຕກຕ່າງກັນ ແລະ WordPress ນັ້ນສ້າງມາເພື່ອຮອງຮັບເວັບໄຊ ຫຼາຍແບບ ດັ່ງນັ້ນມັນກໍຈະມີການຕັ້ງຄ່າຕ່າງໆ ພໍສົມຄວນ ໂດຍສະເພາະເມື່ອເຮົາຕິດຕັ້ງ Plugins ຫຼາຍຂື້ນກໍຕ້ອງໄດ້ຕັ້ງຄ່າຫຼາຍຂື້ນນຳ (ສະນັ້ນຈື່ງໄດ້ແນະນຳວ່າ ຖ້າຢາກຂຽນບລອກ ຢ່າງດຽວ ບໍ່ຢາກເຮັດຫຍັງເທື່ອແມ່ນໃຫ້ໄປໃຊ້ WordPress.com)

ສຳລັບການສ້າງເວັບໄຊໂດຍໃຊ້  WordPress ນັ້ນນອກຈາກການຈັດການຂໍ້ຄວາມຕ່າງໆແລ້ວ ສີ່ງທີ່ຈະເຮັດໃຫ້ເວັບໄຊຂອງເຮົາເປັນຮູບເປັນຮ່າງນັ້ນ ກໍແມ່ນການໃຊ້ Themes ນັ້ນເອງ

ໂດຍ Themes ນັ້ນມັນຈະມີທັງ Themes ສະເພາະດ້ານ ທີ່ຈະກຳນົດຕຳແໜ່ງຕ່າງໆ ມາໄວ້ໃຫ້ຮຽບຮ້ອຍແລ້ວ Themes ແບບນີ້ຈະເຮັດໃຫ້ເຮົາເຮັດວຽກໄດ້ງ່າຍຂຶ້ນ ການຕັ້ງຄ່າກໍບໍ່ໄດ້ຕັ້ງຫຼາຍ ມີແຕ່ກຳໜົດຂໍ້ມູນວ່າຢາກໃຫ້ພາກສ່ວນໂຕໃດ ໄປໂຊຢູ່ບ່ອນໃດແນ່ Themes ກໍຈະຈັດການອອກມາໃຫ້ເຮົາໂດຍບໍ່ຕ້ອງໄປຕັ້ງຄ່າຫຍັງຫຼາຍ ມີຫຼາຍແບບເຊັ່ນ: Magazine, Business, Blog, eCommerce ເປັນຕົ້ນ ເວັບ Themes ຕ່າງໆມັກຈະແບ່ງ Themes ຕ່າງໆໄວ້ໃຫ້ເຮົາຮຽບຮ້ອຍແລ້ວ ແຕ່ທີ່ຈິງແລ້ວມັນກໍຂື້ນກັບຄວາມຄິດແລະຈິນຕະນາການຂອງໃຜມັນ ວ່າຈະເອົາ Themes ມາເຮັດແບບໃດແດ່ ເພາະເຮົາສາມາດປັບແຕ່ງເພີ່ມເຕີມໄດ້ຢູ່ແລ້ວ

ສ່ວນ Themes ອອກແບບທີ່ເອີ້ນວ່າ Page Builder ແມ່ນ Themes ທີ່ປະກອບດ້ວຍໂມດູນ ຫຼື ສີ້ນສ່ວນຕ່າງໆ ຫຼາກຫຼາຍໃຫ້ເຮົານຳມາປະກອບກັນເພື່ອສ້າງໜ້າເວັບທີ່ຕ້ອງການເອງ Themes ແບບນິ້ສາມາດທີ່ຈະສ້າງເວັບໄຊໄດ້ຫຼາຍແນວ ອາດຈະເອີ້ນໄດ້ຢ່າງໜື່ງວ່າ ເປັນ Themes ແນວ Multipurpose Thems ແບບນີ້ເໝາະສໍາລັບການສ້າງເວັບໄຊທີ່ມີເອກະລັກບໍ່ຄືໃຜ ເພາະສາມາດສ້າງໜ້າຕາ ທິ່ແຕກຕ່າງ ບໍ່ໄດ້ຖືກກໍານົດໄວ້ຢ່າງໃດຢ່າງໜື່ງ ແຕ່ທຸກສ່ວນທີ່ນຳມາປະກອບກັນ ກໍຕ້ອງຕັ້ງຄ່າແຕ່ລະສ່ວນນຳ ເວັບທີ່ເໝາະກັບແນວນີ້ເຊັ່ນ: ເວັບບໍລິສັດ Coporate ເພາະແຕ່ລະບໍລິສັດກໍຈະມີຂໍ້ມູນທີ່ແຕກຕ່າງກັນ ສຳລັບສະແດງຜົນຫຼືສຳລັບນັກອອກແບບຕ້ອງການນຳສະເໜີຈຸດເດັ່ນທີ່ບໍ່ຄືໃຜ ເຊີ່ງ Themes ແນວນີ້ຈະຕອບໂຈດຫຼາຍທີ່ສຸດ ເຊັ່ນ: Divi themeThe7AvadaX The ThemeTotal  ເປັນຕົ້ນ

ເຮົາສາມາດເລືອກຮິມທີ່ສວຍງາມ ມີການຈັດວາງ ຮູບແບບ ສີສັນ ໃນແບບທີ່ເຮົາມັກ ທີ່ເຫຼືອນັ້ນກໍຈະເປັນການເຮັດ ຄອນເທັ້ນ ຂອງເຮົາໃຫ້ສວຍງາມ ເຮັດໃຫ້ເວັບຂອງເຮົາມີ Style ຂື້ນອິກ ໂດຍທິ່ບໍ່ໄດ້ຮຽນມາທາງດ້ານນີ້ໂດຍສະເພາະ ແຕ່ເຮົາກໍຄວນຈະຕິດຕາມກະແສເວັບໄຊໃນປັດຈຸບັນໃຫ້ທັນ ເພື່ອທີ່ຈະໄດ້ມີແຮງບັນດານໃຈຫຼາຍໆ ແລະ ຮູ້ວ່າຕ້ອງການໃຫ້ເວັບອອກມາແບບໃດ ມີຈຸດຢືນເປັນຂອງໂຕເອງ ກໍຈະເຮັດໃຫ້ເວັບໄຊຂອງເຮົານັ້ນໂດດເດັ່ນອອກມາຈາດເວັບຂອງຄົນອື່ນໄດ້

Comments are closed