ຕິດຕາມພວກເຮົາ:

  • Home
  • Plugins
  • All-in-one WP Migration Plugins ຍ້າຍເວັບໄຊ

All-in-one WP Migration Plugins ຍ້າຍເວັບໄຊ

All-in-one WP Migration (Plugins ຍ້າຍເວັບໄຊທີ່ໃຊ້ງ່າຍທີ່ສຸດໃນໂລກ)

All-In-One WP Migration ແມ່ນ Plugins ທີຊ່ວຍໃນການຍ້າຍເວັບໄຊໂດຍເຮັດໜ້າທີ່ໃນການຍ້າຍ ແລະ ປັບປຸງຖານຂໍ້ມູນແທນເຮົາທຸກຢ່າງເຊີ່ງເປັນສີ່ງທີ່ສຳຄັນທີ່ສຸດຈຸດເດັ່ນ:

  • ໃຊ້ວຽກງ່າຍ
  • ປັບປຸງຖານຂໍ້ມູນ URL ຂອງເວັບໃຫ້ແບບບໍ່ຕ້ອງໄປໃສ່ຂໍ້ມູນຫຍັງ ລະບົບຈະຮູ້ໂດເມນເອງ
  • ສົ່ງຂໍ້ມູນເທື່ອລະນ້ອຍ ເຮັດໃຫ້ບໍ່ຕິດລີມີດ Timeout ໃນບາງໂຮສ
  • ເວິຊັ້ນນີ້ສາມາດໃຊ້ຍ້າຍຂະໜາດໄດ້ຮອດ 512mb ເຊີ່ງເຫຼືອເຟຶອສຳຫຼັບຍ້າຍເວັບໄຊໜ້ອຍທົ່ວໄປ
  • ໂຕ Add-ons ນັ້ນເສຍເງີນແຕ່ຮອບດຽວ ບໍ່ໄດ້ຕໍ່ອາຍຸທຸກປີ

ເຮົາສາມາດນຳໄປໃຊ້ຫຍັງໄດ້ແດ່

  • ໃຊ້ທົດລອງຫຼາຍທີ່ສຸດ ເຊັ່ນ: ເວລາ WordPress ອັບເດດຮຸ່ນໃໝ່ ເຮົາກໍສາມາດຍ້າຍໄປເຄື່ອງຄອມພິວເຕິສ່ວນໂຕຂອງເຮົາກ່ອນໄດ້ເລີຍ ແລ້ວລອງອັບເບີ່ງວ່າຈະມີບັນຫາຫຍັງ ຫຼື ບໍ່ ເຮົາເເນະນຳ DesktopServer ສຳລັບການຈຳລອງເຊີບເວິ ທີ່ໃຊ້ງານງ່າຍາທີ່ສຸດຄືກັນ
  • ໃຊ້ເວລາຍ້າຍເວັບຈາກເຄື່ຶອງສ່ວນໂຕຂື້ນໂຮສແທ້ ການເຮັດເວັບທີ່ດີຄວນອອນລາຍເມື່ອພ້ອມ ແຕ່ຖ້າເປັນເວັບແທ້ ທີ່ບໍ່ໄດ້ທົດລອງຫຼີ້ນໆ ກໍແນນະນຳໃຫ້ເປັນຮູບເປັນຮ່າງໃນເຄື່ອງໂຕເອງກ່ອນ ແລ້ວກໍໃຊ້ Plugins ແບບນີ້ຍ້າຍເວັບຂື້ນໄປອິກເທື່ອ
  • ການຍ້າຍເວັບຈາກໂຮສ ຫາ ໂຮສ ບໍ່ວ່າຈະປ່ຽນໂດເມນຫຼືບໍ່ໍກໍສາມາດໃຊ້ໄດ້ໝົດ
  • ໃຊ້ການແບກອັບ

All-In-One WP Migration ເຮັດໃນການຍ້າຍ ຫຼື cloning ເວັບໂດຍວິທີການ Import/Export ເຊີ່ງຈະຕ່າງຈາກ Plugins ແບບ Duplicator ທີ່ເຮົາບໍ່ຕ້ອງໄປສ້າງຖານຂໍ້ມູນເອງໝົດ ແຕ່ໃຊ້ວິທີການຜ່ານທາງ Dasbhoard ຂອງ WordPress ປົກກະຕິແທນ ດັ່ງນັ້ນເຮົາກໍຕິດຕັ້ງ WordPress ກ່ອນ ໃຊ້ລະບົບຕິດຕັ້ງອັດຕະໂນມັດທີ່ມີທຸກໂຮສເພາະການຍ້າຍໄຟລ໌ ແລະ ຖານຂໍ້ມູນຂອງເວັບແທ້ໆ ເຊີ່ງຢູ່ໃນ Floder wp-content ເທົ່ານັ້ນ ບໍ່ມີຄວາມຈຳເປັນທີ່ຕ້ອງເອົາໄຟລ໌ຫຼັກຂອງ WordPress ໄປນຳ ເພາະໄຟລ໌ເລົ່ານັ້ນມາກັບການຕິດຕັ້ງ WordPress ຢູ່ແລ້ວ ແລະຖືດສ້າງອັດຕະໂນມັດ ຖ້າເຮົາຍ້າຍໂຮສແຕ່ລະໂຮສ ມັນກໍຄືກັນຢູ່ແລ້ວ ໄຟລ໌ htaccess ກໍຖືກສ້າງໂດຍອັດຕະໂນມັດຄືກັນ

ການ Export

  • ໃຫ້ເຮົາຕິດຕັ້ງ Plugins ໃຫ້ຮຽບຮ້ອຍ ຈະມີເມນູ All-in-One WP Migration ທາງຊ້າຍມື ໃຫ້ເລືອກເອົາ Export ເພື່ອຍ້າຍເວັບບ່ອນເມນູ Export to ໃຫ້ເລືອກ File
  • ໃນສ່ວນຂອງ Advanced Options ເຮົາສາມາດເລືອກວ່າຈະ Export ອັນໃດກໍໄດ້ ເຊັ່ນ: ຕ້ອງການແຕ່ Database ຢ່າງດຽວກໍເຫຼືອໄວ້ສະເພາະ Database ເຊີ່ງແບບນີ້ເຮົາອາດຈະໃຊ້ວິທີການອັບໂຫຼດໄຟລ໌ຕ່າງໆ ດ້ວຍໂຕເອງຜ່ານໂປຣແກຣມ FTP ເຊັ່ນ: FileZilla ເຊັ່ນດຽວກັບການໃຊ້ Plugins WP Magrate DB
  • ເຮົາກໍຕ້ອງລໍຖ້າວ່າລະບົບຈະສ້າງໄຟລ໌ Export ແລ້ວກໍກົດທີ່ປຸ່ມ Download ໂດຍໄຟລ໌ນີ້ຈະເປັນໄຟລ໌ .wpress
  • ໂຕທີ່ໃຫ້ເຮົາດາວໂຫຼດນີ້ ຈະຖືກຈັດເກັບໄວ້ໃນ Floder All-In-one WP migration ໂດຍອັດຕະໂນມັດ ຈະການເປັນແບກອັບໃຫ້ເຮົາ ໂດຍສາມາດເບີ່ງໄຟລ໌ ແລະ ກູ້ຂໍ້ມູນໄດ້ໃນເມນູ All-In-one WP Migration > Backup ເຊີ່ງທີ່ຈິງແລ້ວ ໄຟລ໌ພວກນີ້ຈະຢູ່ໃນ Floder wp-content/ai1 wm-backups ນັ້ນເອງ

ການ Import

  • ຂັ້ນຕອນຕໍ່ມາກໍແມ່ນການ Import ເວັບເຂົ້າໄປທີ່ເວັບໄຊໃໝ່ຂອງເຮົາ ການຍ້າຍເວັບແບບທີ່ຕ້ອງຕິດຕັ້ງ WordPress ກ່ອນ ດັ່ງນັ້ນກໍຕິດຕັ້ງ WordPress ປົກກະຕິ ຜ່ານລະບົບ one click Install ຂອງໂຮສທັງຫຼາຍ ວິທີນີ້ເຮົາຈະບໍ່ໄດ້ໄປວຸ້ນວາຍກັບ database
  • ຫຼັງຈາກນັ້ນກໍຕິດຕັ້ງ All-In-one WP Migrate ໃນເວັບປາຍທາງຂອງເຮົາ ແລ້ວກໍກົດທີ່ເມນູບ່ອນເກົ່າແຕ່ປ່ຽນເປັນເລືອກ Import ແທນ
  • ຈາກນັ້ນໃຫ້ກົດປຸ່ມ Import From ເລືອກເປັນ File ຫຼື ຈະເອົາໄຟລ໌ທີ່ເຮົາດາວໂຫຼດຫຼ້າສຸດລົງໄປເລີຍກໍໄດ້
  • ໂດຍຈະຈຳກັດຂະໜາດໄຟລ໌ບໍ່ເກີນ 512mb ເວັບທົ່ວໄປທີ່ບໍ່ໄດ້ມີຂໍ້ມູນຫຼາຍນັ້ນອາດຈະເຫຼືອບ່ອນຫວ່າງເຫຼືອເຟືອ ສ່ວນຫຼາຍຈະໜັກບ່ອນໄຟລ໌  Media ໄຟລ໌ຮູບ ຖ້າຍາກໄດ້ແບບບໍ່ຈຳກັດກໍໃຫ້ຕິດຕັ້ງ Unlimitrd Extension ໂດຍກົດທີ່ link GET UNLIMITED ໄດ້ເລີຍ ໃຊ້ໄດ້ບໍ່ຈຳກັດເວັບ ແລະ ບໍ່ຕ້ອງຕໍ່ອາຍຸ ຄຸ່ມຫຼາຍສຳຫຼັບຄົນທີ່ເຮັດເວັບໃຫ້ລູກຄ້າ ແລະ ຕ້ອງຍ້າຍຕະຫຼອດ
  • ຖ້າຈົນລະບົບອັບໂຫຼດແລ້ວ ອັນນີ້ຂື້ນກັບຄວາມໄວຂອງອິນເຕິເນັດ ເມື່ອໄດ້ແລ້ວຈະເຂົ້າສູ່ຂັ້ນຕອນການໂຄລນ (Clon) ທັບທັງຖານຂໍ້າມູນ ຮູບພາບ Plugins Themes ຈະມີແຈ້ງເຕືອນແບບນີ້ໂດຍ ການປັບປຸງຖານຂໍ້ມູນຂອງ Plugins ນີ້ເຮົາບໍ່ຕ້ອງໃສ່ຂໍ້ມູນອັນໃດທັງນັ້ນ Plugins ຈະຮູ້ເອງວ່າເຮົາຈະໃຊ້ Domian ຫຍັງ ແລະ ຈະນຳໄປແກ້ໃນຖານຂໍ້ມູນໃຫ້ເຮົາໂດຍອັດຕະໂນມັດ ກົດ CONTINUE ເພື່ອດຳເນີນການຕໍ່
  • ຖ້າໃຫ້ລະບົບເຮັດການກູ້ຄຶນຂໍ້ມູນ ແລະ ເມື່ອຂື້ນຂໍ້ຄວາມ Import Succedd ແບບນີ້ ສະແດງວ່າການ Import ໄດ້ແລ້ວສົມບູນໃຫ້ກົດ Link ໃນຂໍ້ຄວາມທີ 1 ເພື່ອ save permalink ອິກຮອບ
  • ໂດຍເມື່ອເຮົາກົດ Link ໄປມັນຈະເປີດໜ້າ Permalink ຂື້ນມາເຮົາກໍກົດ Save Changes (ບັນທຶກການປ່ຽນແປງ) ແລ້ວ WordPress ກໍຈະໃຫ້ເຮົາ Login ອິກຮອບໜື່ງ ເຮົາຕ້ອງ Logins ໂດຍໃຊ້ຂໍ້ມູນດຽວກັນກັບເວັບຕົ້ນທາງທີ່ຍ້າຍເຂົ້າມາແລ້ວ WordPress ຈະໃຫ້ເຮົາກົດອັບເດດຖານຂໍ້ມູນ WordPress
  • ເປັນອັນສຳເລັດທີ່ຮຽບຮ້ອຍ ເວັບຂອງເຮົາກໍຈະຄືກັນກັບເວັບອື່ນແລ້ວ

ສຳລັບ Extension

ອັນນີ້ເປັນສ່ວນເສີມຈາກໂຕຟີຣ ເຄື່ອງມືມາດຕະຖານທີ່ເຮົາໄດ້ເວົ້າໄປໃຫ້ເບີ່ງນັ້ນ ແມ່ນສີ່ງທີຟຣີເຮັດໃຫ້ເຮົາຖ້າເຮົາຢາກເພີ່ມການເຮັດວຽກໃຫ້ຫຼາຍກວ່ານີ້ຕ້ອງໄດ້ລົງທືນອັບເກດ Plugins All-in-one WP Migration ນີ້ ເພື່ອຮອງຮັບໄຟລ໌ທີ່ມີຂໍ້ມູນຈໍານວນຫຼາຍ

  • Unlimited ອັບໄຟລ໌ບໍ່ຈຳກັດຂະໜາດ
  • ອັບໄປ Dropbox, Google Drive, One Drive, Amazone S3, FTP ຈາກທີ່ຕ້ອງ save ລົງເຄື່ອງດຽວກໍສາມາດເກັບອອນລາຍໄດ້ ສາມາດທີ່ຈະຕັ້ງເວລາໃນການແບັກອັບໄດ້ ແລະ ແບັກອັບໄດ້ແບບ Unlimited ຄືກັນ
  • Multisite
  • URL ອັນນີ້ Importຜ ຜ່ານ URL ເຮັດໃຫ້ເຮົາບໍ່ຕ້ອງດາວໂຫລດຫຼື ອັບໂຫລດເອງ

ໃນອະນາຄົດຈະມີຄຸນສົມບັດໃໝ່ໆ ອອກມາເພີ່ມອີກໃນຕອນນີ້ເຮົາຄົງຈະໂຟກັສໄປທີ່ການຍ້າຍເວັບ ແລະ ການເນັ້ນໃຫ້ໃຊ້ວຽກງ່າຍ ເພາະຖ້າເບີ່ງ Plugins ອື່ນໆ ຈະມີພວກ ຕັ້ງເວລາອັດຕະໂນມັດ ພວກນີ້ຈະອອກໄປທາງດ້ານຫຼາຍຂື້ນ ເຊີ່ງຈະເຮັດໃຫ້ມີເມນູນ້ອຍຫຼາຍຂື້ນ.

Comments are closed