ຕິດຕາມພວກເຮົາ:

  • Home
  • Website
  • ເວັບໄຊ Whitehouse.gov ປ່ຽນຈາກ Drupal ມາເປັນ WordPress

ເວັບໄຊ Whitehouse.gov ປ່ຽນຈາກ Drupal ມາເປັນ WordPress

ເວັບໄຊທໍານຽບຂາວໄດ້ປ່ຽນຈາກ Drupal ມາເປັນ WordPress

ທຳນຽບຂາວໃນຍຸກຂອງລັດຖະບານ Trump ໄດ້ຍົກເລິກການໃຊ້ເວັບໄຊ whitehouse.gov ທີ່ສ້າງຂື້ນໃນຍຸກຂອງລັດຖະບານ Obama ປ່ຽນມາໃຊ້ເວັບໄຊໃໝ່ທັງໝົດ ແລະ ປ່ຽນລະບົບ CMS ຈາກແຕ່ກ່ອນເປັນຂອງ Drupal ມາເປັນ WordPress ແທນ

ເວັບໄຊ whitehouse.gov ອັນໃໝ່ໄດ້ເລີ່ມເປີດໂຕນໍາໃຊ້ໃນວັນທີ່ 15 ທັນວາ ປີ 2017 ໂດຍບໍ່ໄດ້ລະບຸວ່າໃຊ້ CMS ໂຕໃດ ແຕ່ຈາກການກວດສອບ Code ຂອງເວັບໄຊ ໄດ້ເຫັນວ່າຊື່ File ແລະ Directory ຂື້ນຕົ້ນຄໍາວ່າ wp ເຊິງເປັນເອກກະລັກຂອງ WordPress ແລະ Themes ທີ່ໃຊ້ ເປັນ Themes ທີ່ສ້າງພິເສດຄື: WhiteHouse ໃຊ້ເລກເວີຊັນ 45 ຕາມລໍາດັບປະທານນາທິບໍດີຂອງ Trump

ເຫດຜົນທີ່ຍ້າຍມາໃຊ້ WordPress ເປັນເລືອງຕົ້ນທືນເປັນຫຼັກ ໂຕແທນທໍານຽບຂາວລະບຸວ່າປະຫຍັດເງິນໄດ້ຫຼາຍກວ່າເກົ່າ 3 ລ້ານໂດລາ ແຕ່ບໍ່ມີຂໍ້ມູນວ່າເວັບໄຊນີ້ ພັດທະນາໂດຍບໍລິສັດໃດ

ທີ່ມາຂອງຂ່າວ: http://www.washingtonexaminer.com

Comments are closed