ຕິດຕາມພວກເຮົາ:

  • Home
  • Website
  • Html 5.2 ອອກແລ້ວ ເພີ່ມ Security ແລະ ຮອງຮັບ Payment ໃຫ້ດີຂື້ນ

Html 5.2 ອອກແລ້ວ ເພີ່ມ Security ແລະ ຮອງຮັບ Payment ໃຫ້ດີຂື້ນ

ທາງ World Wide Web Consortium (W3C) ໄດ້ອອກມາເປີດເຜີຍເຖິງ Specification ຂອງ HTML 5.2 ແລ້ວ ຢ່າງເປັນທາງການ

ໂດຍໃນການອັບເດດເທື່ອນີ້ມີການປ໋ຽນແປງຕ່າງໆດັງຕໍ່ໄປນີ້:

  • ເພີ່ມລະບົບ Content Security Policy ເຮັດໃຫ້ນັກພັດທະນາສາມາດຄວບຄຸມໄດ້ວ່າໜ້າໃດທີ່ຈະດືງຊັບພະຍາກອນຈາກບ່ອນໃດມາສະແດງ ຫຼື Execute ໄດ້ບໍ່ ເພື່ອລິກເວັ້ນຄວາມສ່ຽງທີ່ຈະເກີດຈາກ Content Injection ໂຕຢ່າງການເຮັດ Cross-site Scripting
  • ເພີ່ມການຮອງຮັບ Payment Request API ທີ່ເປັນມາດຕະຖານສໍາລັບໃຫ້ຮ້ານຄ້າສາມາດເລືອກ ໃຊ້ວິທີການຈ່າຍເງິນຕັ້ງແຕ່ 1 ວິທີຂື້ນໄປໂດຍການ Integrate ໄດ້ຢ່າງງ່າຍ ໂດຍ Browser ຮັບໜ້າທີ່ເປັນໂຕກາງລະຫວ່າງແຕ່ລະ Party ໃນການເຮັດ Transaction ໄດ້ແກ່ ຜູ້ຮັບເງິນ, ຜູ້ຈ່າຍເງິນ ແລະ ຜູ້ໃຫ້ບໍລິການໂອນເງິນ ເພື່ອໃຫ້ການຊື້ຂາຍສິນຄ້າເປັນໄປໄດ້ງ່າຍ ແລະ ມີຄວາມສ່ຽງນ້ອຍລົງ
  • ເພີ່ມ Framework ສໍາລັບປັບປຸງ Accessibility ໃຫ້ຜູ້ພິການສາມາເຂົ້າເຖິງ ແລະ ໃຊ້ເວັບໄຊໃຫ້ປະສົບການທີ່ດີຂື້ນ
  • ປ່ຽນນິຍາມຂອງ main element ໃຫ້ຮອງຮັບການອອກແບບ ແບບ Responsive ດີຂື້ນ
  • ບໍ່ຮອງຮັບ showModalDialog ໃຫ້ໄປໃຊ້ dialog element ແທນ
  • ຍົກເລິກ Menu element ແລະ menuitem element
  • ຍົກເລິກ dropzone attribute

ທີ່ມາຂອງຂ່າວ: https://www.infoworld.com

Comments are closed