ຕິດຕາມພວກເຮົາ:

  • Home
  • News
  • WhatsApp ລະບົບມີບັນຫາຕອນປີໃຫມ່

WhatsApp ລະບົບມີບັນຫາຕອນປີໃຫມ່

ຫຼາຍປະເທດ ເຂົ້າໃຊ້ WhatsApp ບໍ່ໄດ້ ເປັນເວລາເກືອບຊົ່ວໂມງ

ມີຜູ້ໃຊ້ລາຍງານວ່າ WhatsApp ບໍລິການສົ່ງຂໍ້ຄວາມ ບໍ່ສາມາດໃຊ້ບໍລິການໄດ້ທົ່ວໂລກ ຄາດກັນວ່າລະບົບມີບັນຫາເປັນເວລາປະມານເກືອບຊົ່ວໂມງນື່ງ ກ່ອນທີ່ຈະແກ້ບັນຫາຂອງລະບົບໄດ້ ໂດຍໃນປະເທດອິນເດຍເຊີງເປັນຖານຜູ້ໃຊ້ຫຼັກຂອງ WhatsApp ເຊິງມີຜູ້ໃຊ້ຫຼາຍກວ່າ 200 ລ້ານຄົນ, ລະບົບຂອງ WhatsApp ໄດ້ມີບັນຫາຕອນກາງຄືນຂອງມື້ປີໃໝ່ ເປັນເວລາປະມານເກືອບຊົ່ວໂມງນື່ງ ເຊິງເປັນເວລາທີ່ມີຄົນສົ່ງຂໍ້ຄວາມອວຍພອນປີໃໝ່ຈໍານວນຫຼາຍ ແລະ ຜູ້ໃຊ້ອີກຫຼາຍປະເທດໄດ້ລາຍງານວ່າ ໄດ້ຮັບຜົນກະທົບນີ້ຄືກັນ

Comments are closed