ຕິດຕາມພວກເຮົາ:

  • Home
  • Plugins
  • SiteOrigin Page Builder ຂອງ Free ຄຸນນະພາບດີ

SiteOrigin Page Builder ຂອງ Free ຄຸນນະພາບດີ

Page Builder ເປັນ Plugins ທີ່ຊ່ອຍໃນການຈັດການ Content ຕ່າງໆ ໄດ້ຫຼາກຫຼາຍຂື້ນເຊັ່ນ: ການຈັດແປງໜ້າເວັບເປັນ Column ໃນຄວາມກ້ວາງທີ່ຕ່າງກັນ ການແທກ Object ຕ່າງໆ ເຊີ່ງປົກກະຕິການທີ່ເຮົາເຮັດໂດຍໃຊ້ Virsual Editor ຮ່ວມກັບ Plugins shortcode ນັ້ນ ກໍຍາກຕໍ່ການຈັດການ ແລະ ແກ້ໄຂພໍສົມຄວນ Page Builder ປັດຈຸບັນມີຄຸນສົມບັດທີ່ຊ່ວຍໃຫ້ເຮົາແກ້ໄຂຂໍ້ມູນໄດ້ຄືກັບໜ້າເວັບແທ້ເລີຍ (Frontend) ເຮັດໃຫ້ເຮົາສາມາດເຫັນລັກສະນະຂອງເວັບໄດ້ເລີຍວ່າຈະອອກມາເປັນແບບໃດ

Page Builder by SiteOrigin

ແມ່ນ Plugins Page builder ຮຸ່ນແລກໆກ່ອນຈະມີ Visual Composer ມາຕາມຫຼັງຈົນຮອດປັດຈຸບັນມີ Theme Builder ເຊີ່ງສາມາດ Build ໄລ່ມາຕັ້ງແຕ່ໂຕ Themes ຈົນມາຮອດ Content ເຊັ່ນ: Divi, X ເປັນຕົ້ນ

ຄຸນນະສົມບັດ:

  • ໃຊ້ງານງ່າຍດ້ວຍການລາກວາງ
  • ໃຊ້ກັບ Themes ໃດກໍໄດ້
  • ສາມາດໃຊ້ Widget ຮ່ວມ
  • ສາມາດກຳນົດຄຸນສົມບັດໃຫ້ກັບ row ຫຼື column ໄດ້ເຊັ່ນ: Margin, Padding (ໄລຍະຫ່າງລະຫວ່າງແຖວ) ຫຼື ພື້ນຫຼັ້ງ ລວມທັງພື້ນຫຼັງແບບ Parallax Background
  • History ສາມາດຍ້ອນກັບການແກ້ໄຂໄດ້
  • Live Editing ແກ້ໄຂ content ໃນແບບສົມຈິງ
  • ມີ Prebuilty Layout ຫຼື ເທມເພດສຳເລັດຮູບໃຫ້ເລືອກໃຊ້ງານໄດ້ທັນທີ

https://wordpress.org/plugins/siteorigin-panels/

 

ການໃຊ້ງານ

ຫຼັງຈາກຕິດຕັ້ງ Plugins ເປັນທີ່ຮຽບຮ້ອຍແລ້ວ ເມື່ອເຮົາ Add New post ຫຼື Page ກໍຈະມີປຸ່ມ Page Builder ຂື້ນຂ້າງໆ ກັບປຸ່ມ  visual ກັບ Text ຂອງໜ້າ Editor ໃຫ້ເຮົາກົດປຸ່ມນີ້ເພື່ອສະຫຼັບໃຊ້ງານກັບ Page builder ແທນຫຼັງຈາກນັ້ນເຂົ້າໜ້າ Page Builder ໃຫ້ເຮົາເລີ້ມເພີ່ມແຖວກ່ອນ ໂດຍກົດທີ່ປຸ່ມ Row

ກຳນົດຮູບແບບຂອງແຖວທີ່ເຮົາຈະເພີ່ມ ໂດຍໃສ່ເລກຈຳນວນ column ທີ່ຕ້ອງການ ໃນຊ່ອງ Set row layout ຖ້າຕ້ອງການໃສ່ເປັນແຖວດຽວໂດຍບໍ່ແບງ column ກໍໃສ່ເປັນເລກ 1 ເປັນຕົ້ນ ແລະ ເຮົາຍັງສາມາດເຄື່ອນທີ່ແກນທາງກາງເພື່ອກຳນົດຄວາມກວ້າງຂອງແຕ່ລະ column ໄດ້ ຫຼືເລືອກແບບສຳເລັດແລ້ວໃນ ຊ່ອງ Columns with a ratio of

ເມື່ອສຳເລັດແລ້ວເຮົາຈະໄດ້ row ມາ 1 row ແບບນີ້ ເຊີ່ງເຮົາລອງກຳໜົດໃຫ້ມີ 2 column ເມື່ອເຮົາຈະໃສ່ຂໍ້ມູນໃນ column ກໍໃຫ້ກົດທີ່ປຸ່ມ column ນັ້ນໃຫ້ຂື້ນໄຮໄລ໌ສີຟ້າ ຈາກນັ້ນກົດປຸ່ມ +Add Widget

ຈາກນັ້ນຈະມີໜ້າ Widgets ຕ່າງໆ ທີ່ເຮົາມີຢູ່ແລ້ວບວກກັບ Widget ຂອງ SiteOrigin ເອງ ຫຼືໂຫຼດໂຕ SiteOrigin Widgets ແລະ Ulimate Addons for Site Origin ມາລົງເພີມ ເຮົາກໍຈະມີ Widgets ທີ່ມີປະໂຫຍດຫຼາຍໂຕຕື່ມອິກ

ຂໍ້ເສຍຂອງການໃຊ້ງານ Widget ແມ່ນເໜື່ອງຈາກມັນຕ່າງ Plugins ບາງຄັ້ງກໍອາດຈະເຮັດໃຫ້ບໍ່ເປັນອັນໜື່ງອັນດຽວເພາະວ່າແຕ່ລະອັນມີ Style ບໍ່ຄືກັນນັ້ນເອງຫຼັງຈາກທີ່ເຮົາເພີ່ມ Widget ແລ້ວເລື່ອນເມົ້າໄປ Widget ທີ່ເຮົາໄດ້ສ້າງ ແລ້ວກົດປຸ່ມ Edit ເພື່ອກຳນົດເນື້ອຫາທີ່ຕ້ອງການ

ກໍານົດຄ່າຕ່າງໆທາງຊ້າຍມື ທາງລຸ່ມກໍຈະມີປຸ່ມໃຫ້ Preview

ທາງຂົວນັ້ນຈະມີໃຫ້ເຮົາກຳນົດລັກສະນະອື່ນໆຂອງ widget ເຊັ່ນ widget design ກຳນົດສີ ແລະ ພາບພື້ນຫຼັງຖ້າອອກແບບ Column ເຮົາຈະບໍ່ໄດ້ຕັ້ງຄ່າຫຼາຍ ອາດຈະກຳນົດສະເພາະ Padding ໃນ Layout ສ່ວນພວກພື້ນຫຼັງແມ່ນຈະໄປຕັ້ງຄ່າໃນສ່ວນຂອງ row ແທນ

ເມື່ອຕັ້ງຄ່າຕ່າງໆແລ້ວກໍກົດປຸ່ມ Done

ການຕັ້ງຄ່າແຖວ ຫຼື Row ນັ້ນເຮັດໄດ້ງ່າຍໆໂດຍການ ກົດປຸ່ມຕັ້ງຄ່າຂອງ Row ນັ້ນໆ ເພື່ອເປີດ row settings ຂື້ນມາ ໃກ້ໆກັນນັ້ນກໍມີປູ່ມ duplicate ໄວ້ໂຄຣນສ້າງຂື້ນອິກແຖວໄດ້ຢ່າງໄວ ສ່ວນການເຄື່ອນຍ້າຍຂຶ້ນລົງສະຫຼັບແຖວນັ້ນ ໃຫ້ກົດປູ່ມລູກສອນແນວຕັ້ງທີ່ມີສອງຫົວດ້ານຂ້າງ

Edit Row

Row Style ກຳໜົດຄຸນນະສົມບັດຂອງ Row

 

Prebuilt Layout.

ຖ້າເຮົາກົດປູ່ມ Prebuilt ລະບົບກໍຈະເອີ້ນ Template ຮູບມາໃຫ້ເຮົາ ໂດຍເຂົາຈະໃຫ້ກົດ Enable ເພື່ອເປີດບ່ອນຈັດເກັບ Template ກ່ອນ

ຈາກນັ້ນກໍຈະມີການເປີດ Prebuilt Layouts ທີ່ພ້ອມໃຊ້ງານມາໃຫ້ເຮົາໄດ້ເລືອກ ຊີ້ເມົ້າໃສ່ Layout ທີ່ຕ້ອງການ ແລ້ວກົດ Preview  ຫຼື Use ໄດ້ເລີຍ ນອກຈາກນີ້ທີ່ດ້ານຊ້າຍມື ເຮົາຈະເຫັນເມນູສຳຫຼັບການ Import/Export Template ທີ່ເຮົາສ້າງເອງ ຫຼື Clone Page, Clone Posts ໜ້າອື່ນໆ ທີ່້ເຮົາສ້າງໄວ້ແລ້ວໃນເວັບດຽວກັນນີ້ ເພື່ອນຳມາແກ້ໄຂເພີ່ມເຕີມໄດ້ ຊ່ວຍໃຫ້ເຮົາປະຍັດເວລາໃນການສ້າງໃໝ່ແຕ່ຕົ້ນຫາກເຮົາຕ້ອງການອອກແບບໜ້າທີ່ຄ້າຍຄືກັນ

ເມື່ອເຮົານຳ Prebuilt ລົງໄປ ມັນຈະລົງໄປແທນທີ່ໂຕເກົ່າທັງໝົດ ດັ່ງນັ້ນການໃຊ້ງານ Prebuilt Layout ນີ້ຈະໃຊ້ສຳຫຼັບການຂື້ນຕົ້ນໜ້າໃໝ່ ເມື່ອເຮົາເລືອກທີ່ຈະໃຊ້ແລ້ວ Plugins ກໍຈະສ້າງ Row, Column ແລະ ໃສ່ Widget ຕ່າງໆລົງໄປໃຫ້ເຮົາຕາມ Template ທີ່ເຮົາເລືອກ ໂດຍເຮົາມີໜ້າທີ່ພຽງແຕ່ ແກ້ໄຂໃນແຕ່ລະ Widget ໃຫ້ເປັນຂໍ້ມູນຂອງເຮົາ

History

ປຸ່ມນີ້ໃຊ້ສຳຫຼັບຍ້ອນກັບເບີ່ງການແກ້ໄຂກ່ອນໜ້ານີ້

ໂຕນີ້ແມ່ນຈະຊ່ວຍໃຫ້ເຮົາໄດ້ຫຼາຍເລີຍເພາະວ່າ ເວລາ ບໍ່ຈື່ອັນເກົ່າ ກໍຍ້ອນກັບໄປເລີຍ ໃຊ້ງານໄດ້ໄວດີ

Live Editor

ເປັນການເປີດໜ້າແກ້ໄຂແບບ Live ຂື້ນມາ ຄືກັນກັບເວລາທີ່ເຮົາຢູ່ໜ້າຈໍແທ້ໆ ອັນນີ້ກໍຊ່ວຍໄດ້ຫຼາຍແລະປະຫຍັດເວລາ ໂດຍເຮົາອາດຈະໃສ່ຂໍ້ມູນໄປກ່ອນ ແລ້ວ ມາແກ້ໄຂນຳຫຼັ້ງດ້ວຍໂໝດ Live ເພາະບາງທີເຮົາອາດຈະມີຫຼາຍ row

ຕົວຢ່າງໜ້າທີ່ໄດ້ເມື່ອເຮົາເຮັດສຳເລັດແລ້ວ

Comments are closed