ຕິດຕາມພວກເຮົາ:

  • Home
  • Website
  • WordPress ມີຈໍານວນຜູ້ໃຊ້ວຽກເຖິງ 30% ຂອງເວັບໄຊທົ່ວໂລກ

WordPress ມີຈໍານວນຜູ້ໃຊ້ວຽກເຖິງ 30% ຂອງເວັບໄຊທົ່ວໂລກ

ໃນບັນດາ CMS, WordPress ມີການນໍາໃຊ້ວຽກຫຼາຍເຖິງ 60%

ລາຍງານຈາກ W3Techs ເຊິງສໍາຫລວດຂໍ້ມູນຈາກເວັບໄຊຍອດນິຍົມ 10 ລ້ານເວັບໄຊ ຕາມການຈັດອັນດັບ Alexa ພົບວ່າ WordPress ເປັນ CMS ທີ່ຖືກໃຊ້ວຽກຫຼາຍທີ່ສຸດໂດຍມີສ່ວນແບ່ງເຖິງ 30% ແລະ ມີ CMS ອັນດັບ 2 ຄື Joomla ທີ່ 3.1%

ເຖິງຢ່າງໃດກໍ່ຕາມຜົນສໍາຫຼວດພົບວ່າ 50.2% ຂອງເວັບໄຊຍອດນິຍົມບໍ່ມີການໃຊ້ CMS ໃດໆ (ຫຼືອາດເປັນໂຕທີ່ W3Techs ບໍ່ໄດ້ນັບ) ສະນັ້ນຫາກຄິດຄໍານວນແລ້ວ ນັບສະເພາະເວັບໄຊທີ່ໃຊ້ CMS ກະແປວ່າ WordPress ມີສ່ວນແບ່ງການໃຊ້ວຽກຫຼາຍເຖິງ 60% ເລີຍ, ຂໍ້ມູນເພີ່ມເຕີມທີ່ຫນ້າສົນໃຈຄືເວັບໄຊເຊິງສ້າງຈາກ Squarespace ແລະ Wix ມີການໃຊ້ວຽກ 0.9% ແລະ 0.5% ຕາມລໍາດັບ

ທີ່ມາຂອງຂ່າວ: http://www.theregister.co.uk

Comments are closed