ຕິດຕາມພວກເຮົາ:

  • Home
  • News
  • Android ບາງເຈົ້າຕົວະຜູ້ໃຊ້ວ່າ ອັບເດດຄວາມປອດໄພແລ້ວ

Android ບາງເຈົ້າຕົວະຜູ້ໃຊ້ວ່າ ອັບເດດຄວາມປອດໄພແລ້ວ

ວຽກວິໃຈໃຫມ່ເປີດເຜີຍຜູ້ຜະລິດ Android ບາງເຈົ້າຕົວະຜູ້ໃຊ້ວ່າເຮັດການອັບເດດຄວາມປອດໄພແລ້ວ (ແທ້ຈິງແລ້ວຍັງກັກເອົາໄວ້)

Karsten Nohl ແລະ Jakob Lell ນັກວິໃຈດ້ານຄວາມປອດໄພຈາກ Security Research Labs (SRL) ໄດ້ອອກມາເປີດເຜີຍວຽກວິໃຈວ່າຜູ້ຜະລິດ Android ພ້ອມ Software (OEM) ຫລາຍເຈົ້າເຊິງລວມໄປຮອດ Samsung, Xiaomi, OnePlus, Sony, HTC, LG ແລະ Huawei ນັ້ນບໍ່ໄດ້ມີການປ່ອຍ Patch ດ້ານຄວາມປອດໄພໃຫ້ຜູ້ໃຊ້ວຽກ ເຊິງວ່າຈະມີການອອກ Patch ຢ່າງເປັນທາງການ ມາຈາກ Google ໃນທຸກໆເດືອນແລ້ວກໍ່ຕາມ

ວຽກວິໄຈຂອງ SRL ເປີດເຜີຍຈາກການທົດສອບອຸປະກອນກວ່າ 1200 ເຄື່ອງ ແລະ ໄດ້ເຫັນວ່າຜູ້ຜະລິດບາງເຈົ້ານອກຈາກຈະບໍ່ໄດ້ປ່ອຍ Patch ດ້ານຄວາມປອດໄພອອກມາໃຫ້ກັບຜູ້ໃຊ້ວຽກແລ້ວ ຍັງມີການປ່ຽນແປງວັນທີ່ອັບເດດຂອງ Patch ດ້ານຄວາມປອດໄພເປັນວັນທີ່ຫຼ້າສຸດເພື່ອຫລອກລວງຜູ້ໃຊ້ວຽກ ວ່າໄດ້ຮັບການອັບເດດແລ້ວ ໂດຍເມື່ອແຍກ Patch ດ້ານຄວາມປອດໄພໃນລະດັບທີ່ສໍາຄັນ ແລະ ໃນລະດັບສູງ ຜູ້ຜະລິດຈໍານວນຫລາຍບໍ່ໄດ້ປ່ອຍ Patch ແຍກໄດ້ດັງນີ້

  • Google, Sony, Samsung ແລະ Wiko Mobile ມີບາງກໍລະນີທີ່ບໍ່ປ່ອຍ Patch ຫນ່ອຍທີ່ສຸດ 1 ເທື່ອ
  • Xiaomi, OnePlus ແລະ Nokia ມີກໍລະນີທີ່ບໍ່ປ່ອຍ Patch 1-3 ເທື່ອ
  • HTC, Hauwei, LG ແລະ Motorola ມີກໍລະນີທີ່ບໍ່ປ່ອຍ Patch 3-4 ເທື່ອ
  • TCL ແລະ ZTE ມີກໍລະນີທີ່ບໍ່ປອດໄພ Patch ຫຼາຍກວ່າ 4 ເທື່ອ

SRL ຍັງແນະນໍາໃຫ້ຜູ້ໃຊ້ກວດເບິ່ງລະດັບຂອງຄວາມປອດໄພ Android ທີ່ດໍາເນີນວຽກຜ່ານ App, ເຊິງ SRL ກໍານົດເປັນ SnoopSnitch, ຈະຊ່ວຍກວດສອບຄໍາຮ້ອງຂໍຂອງຜູ້ຜະລິດ.

ທີ່ມາຂອງຂ່າວ: https://thehackernews.com

Comments are closed