ເວີດເພດເວີຊັນ 5.7.1 ອອກແລ້ວ
ເວີດເພດໄດ້ອອກເວີຊັນໃໝ່ ເພື່ອອັບເດດລະບົບຄວາມປອດໄພ ແລະ ການບຳລຸງຮັກສາ
ການປ່ອຍເວີດເພດນີ້ມີ 26 ການແກ້ໄຂຂໍ້ບົກຜ່ອງນອກເໜືອຈາກ 2 ການແກ້ໄຂຂອງລະບົບຄວາມປອດໄພ, ເນື່ອງຈາກວ່ານີ້ແມ່ນການປ່ອຍເພື່ອອັບເດດຄວາມປອດໄພ ແນະນຳໃຫ້ທ່ານປັບປຸງເວັບໄຊຂອງທ່ານໂດຍດ່ວນ, ເວີດເພດ 5.7.1 ແມ່ນການປ່ອຍເພື່ອອັບເດດຄວາມປອດໄພ ແລະ ການບໍາລຸງຮັກສາຕາມຮອບວຽນໄລຍະສັ້ນ, ເວີຊັນທີ່ສຳຄັນຕໍ່ໄປແມ່ນເວີເພດ 5.8
ທ່ານສາມາດດາວໂຫລດເວີດເພດ 5.7.1 ໂດຍການດາວໂຫລດຈາກ WordPress.org, ຫຼື ເຂົ້າເບິ່ງ Dashboard ຂອງທ່ານ ເລືອກການປັບປຸງ ແລະ ກົດອັບເດດດຽວນີ້, ຖ້າທ່ານມີເວັບໄຊທີ່ສະໜັບສະໜູນການປັບປຸງພື້ນຫລັງໂດຍອັດຕະໂນມັດ, ພວກເຂົາໄດ້ເລີ່ມຕົ້ນຂັ້ນຕອນການອັບເດດແລ້ວ
ການປັບປຸງຄວາມປອດໄພ
2 ບັນຫາດ້ານຄວາມປອດໄພມີຜົນຕໍ່ເວີຊັນເວີດເພດລະຫວ່າງ 4.7 ແລະ 5.7 ຖ້າທ່ານຍັງບໍ່ໄດ້ອັບເດດໃຫ້ເປັນ 5.7 ແລະ ເວີດເພດຕັ້ງແຕ່ 4.7 ຍັງໄດ້ຖືກປັບປຸງເພື່ອແກ້ໄຂບັນຫາຄວາມປອດໄພດັ່ງຕໍ່ໄປນີ້:
- ຂໍຂອບໃຈ SonarSource ທີ່ໄດ້ລາຍງານຂໍ້ບົກຜ່ອງ XXE ພາຍໃນ Media library ທີ່ມີຜົນຕໍ່ PHP 8
- ຂໍຂອບໃຈ Mikael Korpela ສຳລັບການລາຍງານຄວາມສ່ຽງດ້ານຂໍ້ມູນພາຍໃນ REST API
ຂໍຂອບໃຈບັນດານັກຂ່າວທັງໝົດທີ່ໄດ້ເປີດເຜີຍຄວາມສ່ຽງເປັນການສ່ວນຕົວ ການລາຍງານນີ້ເຮັດໃຫ້ທີມຮັກສາຄວາມປອດໄພມີເວລາແກ້ໄຂຄວາມສ່ຽງຕ່າງໆ ກ່ອນທີ່ເວັບໄຊເວີດເພດຈະຖືກໂຈມຕີ
ທີ່ມາຂອງຂ່າວ: www.wordpress.org
Comments are closed