ຕິດຕາມພວກເຮົາ:

  • Home
  • Crypto
  • ປະຫວັດ ແລະ ຂໍ້ມູນຂອງຫຼຽນ BTT (BitTorrent)

ປະຫວັດ ແລະ ຂໍ້ມູນຂອງຫຼຽນ BTT (BitTorrent)

BTT (BitTorrent) ເປັນເວັບໄຊສຳລັບໂຫລດ Bit ເຊັ່ນ: ເກມ, ໜັງ, ເພັງ ແລະ ອື່ນໆ, ຂະໜາດທີ່ໃຫຍ່ທີ່ສຸດໃນໂລກ ຜ່ານອິນເຕີເນັດຟຣີໂດຍບໍ່ຕ້ອງເສຍເງິນ ທີ່ຈິງແລ້ວບັນດາສາຍຄອມພິວເຕີໜ້າຈະຮູ້ເວັບນີ້ເປັນຢ່າງດີ ມັນແມ່ນຮູບແບບຂອງການສື່ສານຜ່ານຄອມພິວເຕີ້. (Protocol) ໂດຍການແບ່ງປັນໄຟລ໌ແບບ peer-to-peer (P2P) ໂດຍບໍ່ຕ້ອງຜ່ານຕົວກາງ

ໃນວັນທີ 11 ມິຖຸນາ 2018, ບໍລິສັດ BitTorrent Inc. ໄດ້ຖືກທ່ານ Justin Sun, CEO ຜູ້ກໍ່ຕັ້ງ TRON Blockchain ເຂົ້າຊື້ບໍລິສັດ BitTorrent ກ່ອນທີ່ຈະອອກຫຼຽນ BTT (BitTorrent) ເພື່ອນໍາໄປຕໍ່ຍອດທາງທຸລະກິດທີ່ຕົນເອງມີຢູ່ແລ້ວເພື່ອພັດທະນາເທັກໂນໂລຊີທາງດ້ານ Blockchain ທີ່ນໍາໄປສູ່ການສ້າງລະບົບ Decentralized Internet

ຫຼຽນ BTT ຈັດເປັນ Token ທີ່ສ້າງຂື້ນຈາກ Blockchain ຂອງ TRON (TRX) ຕາມມາດຕະຖານ TRC-10, ໂຕຫຼຽນຈະຖືກນໍາໄປໃຊ້ງານໃນ Platform ຂອງ BitTorrent ເພື່ອໃຊ້ສໍາລັບການແລກປ່ຽນການປະມວນຜົນລະຫວ່າງລູກຄ້າ BitTorrent ແລະ ຜູ້ໃຫ້ບໍລິການຄົນອື່ນໆ ປັດຈຸບັນໂຕເວັບ BitTorrent ມີຜູ້ໃຊ້ງານປະມານ 2 ພັນລ້ານ User ອ້າງອິງຈາກ www.bittorrent.com

ໃນວັນທີ 28 ມັງກອນ 2019, ໄດ້ມີການລະດົມທືນຂາຍ Token,  BitTorrent (BTT) ເຊີ່ງສາມາດລະດົມທືນ IEO ຜ່ານ Platform Binance Launchpad ໄດ້ທັງໝົດ 7.1 ລ້ານໂດລາ (ຈໍານວນ 50 ພັນລ້ານ Token) ພາຍໃນໄລຍະເວລາພຽງ 15 ນາທີເທົ່ານັ້ນເອງ ຖືໄດ້ວ່າເປັນ 1 ໃນ IEO ທີ່ປະສົບຜົນສໍາເລັດຫຼາຍທີ່ສຸດໃນ Binance

ຜູ້ທີ່ຕ້ອງການຖືຄອງ BTT ນອກຈາກການຊື້ຂາຍຜ່ານກະດານເທດ ຍັງສາມາດຮັບການ Airdrop ຂອງຫຼຽນ BTT ໄດ້ຈາກການທີ່ເຮົາຖືຫຼຽນ TRX ໄວ້ ໂດຍລະບຸວ່າຜູ້ທີ່ໃຊ້ງານບໍ່ຕ້ອງຖື Token ຕ້າງໄວ້ຢູ່ເວັບເທດເພື່ອຮັບ Token  ຟຣີຢ່າງດຽວ, ຫາກທ່ານໃຊ້ກະເປົ່າເກັບ Crypto ກໍ່ສາມາດຮັບ Airdrop ໄດ້ເຊັ່ນດຽວກັນຄື: Tron Wallet ແລະ Trust Wallet ນອກຈາກນີ້ເວັບເທດ Crypto ໂຕຢ່າງ: Binance, OKEx ແລະ Huobi ໄດ້ມີການສະໜັບສະໜູນໃນກິດຈະກໍານີ້ ເຊີ່ງການ Airdrop ນີ້ ຈະມີໄປຈົນຮອດເດືອນກຸມພາປີ 2025

ການວາງຍຸດທະສາດດັງກວ່າຂອງ Justin Sun ຖືໄດ້ວ່າເປັນການ Support ການເຮັດວຽກໃນລະບົບນິເວດຂອງ TRON Blockchain ຢ່າງຊັດເຈນ ເພື່ອການສ້າງເຄື່ອຂ່າຍອິນເຕີເນັດແບບກະຈາຍສູນກາງ (Decentralized web) ໃຫ້ເກີດຄວາມເຂັມແຂ່ງຂອງ Platform https://tron.network  ພຽງແຕ່ທ່ານຖື TRX ກະມີສິດໄດ້ BTT ແລ້ວ

  • ທ່ານສາມາດຊື້ຫຼຽນ BTT ແລະ ຫຼຽນ TRX  ໄດ້ທີ່ເວັບເທດ Binance
  • ສະໝັກສະມາຊິກໃສ່ລະຫັດສ່ວນຫຼຸດ 5% ” FIBC9YEP”
  • ຈໍານວນຫຼຽນທີ່ອອກທັງໝົດມີ 990,000,000,000 BTT ເທົ່ານັ້ນ

 

Comments are closed