ຕິດຕາມພວກເຮົາ:

  • Home
  • News
  • ວິທີການແບ່ງປັນເນັດຈາກ MacBook ໃຫ້ iPhone

ວິທີການແບ່ງປັນເນັດຈາກ MacBook ໃຫ້ iPhone

ການແບ່ງປັນເນັດຈາກ MacBook ໃຫ້ iPhone, iPad ແລະ MacBook ເຄື່ອງອື່ນ

ວິທີການທີ່ຈະແບ່ງປັນອິນເຕີເນັດຈາກ MacBook ກັບ iPhone, iPad ແລະ MacBook ບາງເທື່ອຕ້ອງເຮັດວຽກຢູ່ນອກ, ບາງບ່ອນພວກເຂົາຈະໃຫ້ອິນເຕີເນັດໃຊ້ໄດ້ແຕ່ດຽວ, ຖ້າທ່ານຕ້ອງການເຊື່ອມຕໍ່ກັບອິນເຕີເນັດຫຼາຍເຄື່ອງ ທ່ານຕ້ອງຈ່າຍເງິນເພີ່ມ ແລະ  ໃນມື້ນີ້ຈະມີວິທີການແບ່ງປັນອິນເຕີເນັດຜ່ານ MacBook ເຄື່ອງດຽວ ສາມາດແບ່ງປັນອິນເຕີເນັດໃຫ້ກັບອຸປະກອນຕ່າງໆໄດ້

ຕ້ອງມີອຸປະກອນຕ້ອງມີ

  • MacBook ເຄື່ອງຫຼັກທີ່ເຊື່ອມຕໍ່ອິນເຕີເນັດໄດ້
  • iPhone, iPad ຫຼື MacBook ທີ່ຈະມາເຊື່ອມຕໍ່ອິນເຕີເນັດຜ່ານເຄື່ອງ MacBook ຫຼັກ

ຂັ້ນຕອນການແບ່ງປັນ

ໄປທີ່ System Preferences> Sharing>  ກົດຖືກທີ່ Internet Sharing

  • ຢູ່ດ້ານຂວາ Share your connection from  ໃຫ້ເລືອກ Wi-Fi
  • To computers using ກົດຖືກທີ່ Bluetooth PAN
  • ຕັ້ງຄ່າແລ້ວໃຫ້ກົດປຸ່ມ Back ແລ້ວໄປທີ່ Bluetooth
  • ເປີດ Turn Bluetooth On, ຕອນນີ້ພວກເຮົາໄດ້ຕັ້ງຄ່າເຄື່ອງທໍາອິດແລ້ວ.

ໄປເຄື່ອງ MacBook ທີ່ສອງ ທີ່ຈະເຊື່ອມຕໍ່ກັບອິນເຕີເນັດເຄື່ອງຫຼັກ ເຄື່ອງທີ່ສອງນີ້ເຮົາບໍ່ຈໍາເປັນຕ້ອງເປີດ Wi-Fi

  • ໄປທີ່ System Preferences> Bluetooth
  • ໃນຫນ້ານີ້ພວກເຮົາຈໍາເປັນຕ້ອງເຊື່ອມຕໍ່ກັບເຄື່ອງຫຼັກ ໃຫ້ຊອກຫາເຄື່ອງຫຼັກຊື່ວ່າSomChan no MacBookAir, ໃຫ້ກົດໃສ່ Pair ຫຼັງຈາກນັ້ນເຄື່ອງຫຼັກຈະປາກົດຂຶ້ນ, ໃຫ້ກົດໃສ່ Pair ທັງສອງເຄື່ອງ
  • ເທົ່ານີ້ພວກເຮົາສາມາດໃຊ້ອິນເຕີເນັດຜ່ານເຄື່ອງຫຼັກໄດ້ແລ້ວ ສັງເກດຈາກຫນ້າ Bluetooth ຂອງເຄື່ອງທີສອງທີ່ເຊື່ອມຕໍ່ຂື້ນວ່າ Connected ໝາຍຄວາມວ່າໄດ້ເຊື່ອມຕໍ່ແລ້ວ

ການເຊື່ອມຕໍ່ຜ່ານ iPhone ແລະ iPad ໃຫ້ພວກເຮົາຈັບຄູ່ກັບ Bluetooth ເຊັ່ນດຽວກັນ, ຫຼັງຈາກນັ້ນປິດການເຊື່ອມຕໍ່ໂດຍຜ່ານ Wi-Fi ທ່ານກໍ່ສາມາດໃຊ້ໄດ້ແລ້ວ

Comments are closed