ຕິດຕາມພວກເຮົາ:

  • Home
  • Website
  • ການສ້າງ ແລະ ເພີ່ມ Link

ການສ້າງ ແລະ ເພີ່ມ Link

ການສ້າງການເຊື່ອມຕໍ່ ຫຼື Link ການເຊື່ອມຕໍ່ໃນ WordPress

ເຮົາສາມາດສ້າງການເຊື່ອມຕໍ່ ແລະ ກໍານົດຄຸນນະສົມບັດໃຫ້ການເຊື່ອມຕໍ່ໄດ້ງ່າຍໆ  ໂດຍການຄັດເລືອກຂໍ້ຄວາມທີ່ຕ້ອງການຈະສ້າງເປັນການເຊື່ອມຕໍ່ລີ້ງ ຫຼັງຈາກນັ້ນໃຫ້ກົດປຸ່ມລີ້ງ ເພື່ອກໍານົດລາຍລະອຽດ.


ກໍານົດລາຍລະອຽດຕ່າງໆ ໃຫ້ການເຊື່ອມຕໍ່ ແລ້ວກົດປຸ່ມ Add Link

URL: ໃຫ້ເຮົາອະນຸຍາດທີ່ຢູ່ ຂອງໜ້າທີ່ເຮົາຕ້ອງການເຊື່ອມຕໍ່ໄດ້ ໂດຍສາມາດໃສ່ Title ຫຼື ຄໍາອະທິບາຍລາຍລະອຽດຂອງການເຊື່ອມຕໍ່ໃນປ່ອງດ້ານເທິງນີ້, ແຕ່ຖ້າວ່າເຮົາຕ້ອງການເຊື່ອມຕໍ່ກັບບົດຄວາມຂອງເຮົາໃນເວັບໄຊ ເຮົາບໍ່ຈໍາເປັນຕ້ອງເປີດ url  ແຕ່ເຮົາສາມາດໃສ່ຄໍາທີ່ຕ້ອງການໃນຊ່ອງ Search ແລ້ວລະບົບຈະສະແດງບົດຄວາມຕ່າງໆຂື້ນມາທາງດ້ານລຸ່ມນີ້ ໃຫ້ເຮົາເລືອກບົດຄວາມທີ່ຕ້ອງການໄດ້ເລີຍ ໂດຍຄໍາທີ່ຄົ້ນຫານັ້ນ ຕ້ອງເປັນຄໍາທີ່ມີຢູ່ໃນ title ຂອງບົດຄວາມນັ້ນໆ ເຮົາຈື່ງສາມາດຄົ້ນຫາໄດ້ຢ່າງຖືກຕ້ອງ

ເຮົາສາມາດກໍານົດໃຫ້ການເຊື່ອມຕໍ່ທີ່ຈະເປີດໃນຫນ້າໃຫມ່ໂດຍການກົດໝາຍຖືກໃສ່ຊ໋ອງ Open link in a new window/tab, ທາງລັດເພື່ອເພີ່ມການເຊື່ອມຕໍ່ແມ່ນ Alt + Shift + A

Comments are closed