ຕິດຕາມພວກເຮົາ:

  • Home
  • Security
  • ກຸ່ມ Hacker Hack ເວັບກະເປົ່າເງິນ Digitally ໄດ້ເງິນໄປຫຼາຍກວ່າ 400,000 USD

ກຸ່ມ Hacker Hack ເວັບກະເປົ່າເງິນ Digitally ໄດ້ເງິນໄປຫຼາຍກວ່າ 400,000 USD

ເວັບໄຊ BlackWallet.co ເປັນເວັບກະເປົ່າເງິນ Digitally ຖືກກຸ່ມ Hacker Hijack Server DNS

ເຊິງໃຫ້ບໍລິການ Application ກະເປົ່າເງິນ Digitally ສະກຸນເງິນ Stellar Lumen (XLM) ໄດ້ເງິນໄປຫຼາຍກວ່າ 400,000 USD ການໂຈນຕີເກີດຂື້ນວັນເສົາທີ່ 13-01-2018 ທີ່ຜ່ານມາ ໂດຍ Hacker ໄດ້ Hijack DNS ຂອງເວັບເພື່ອປ່ຽນທິດທາງໄປຫາເວັບຂອງໂຕເອງ ໂດຍ Hacker ສາມາດເອົາເງິນໄປໄດ້ປະມານ 670,000 Lumens ຫຼື ປະມານ 400,192 USD ແລະ ກຸ່ມຜູ້ໂຈມຕີມີທີ່ຢູ່ກະເປົ່າເງິນຄື https://stellarchain.io

ຢ່າງໃດກໍ່ຕາມທາງທີມງານ ພະຍາຍາມແຈ້ງເຕືອນຜູ້ໃຊ້ຜ່ານ Reddit, Twitter, GitHub, Stellar Community ແລະ GalacticTalk ແລ້ວ ແຕ່ບໍ່ເປັນຜົນຜູ້ໃຊ້ໄດ້ທະຍອຍກັນ ເຂົ້າໄປ Login ຢູ່ເວັບໄຊຂອງ Hacker ແລະ ເຫັນເງິນຂອງຕົນເອງສູນເສຍໄປ

ຫຼັງຈາກນັ້ນ Hacker ເລີ່ມຍ້າຍເງິນຈາກບັນຊີ XLM ໄປບັນຊີ Bittrex ຫຼື ເວັບແລກເງິນອີກບ່ອນ ເພື່ອປິດບັງຮ່ອງຮ່ອຍ ເຖິງຢ່າງໃດຜູ້ເບີ່ງແຍ່ງຂອງ BlackWallet ພາຍາຍາມແບບບໍ່ໝົດຫວັງເພື່ອບ໋ອກບັນຊີ Hacker ເຫດການຜິດປົກກະຕິ ຕອນມີໃຜບາງຄົນເຂົ້າຮອດບັນຊີຂອງຜູ້ໃຫ້ບໍລິການໂຣດຕິ່ງຂອງເວັບເຮົາ

ທີ່ມາຂອງຂ່າວ: https://www.bleepingcomputer.com

Comments are closed