ຕິດຕາມພວກເຮົາ:

  • Home
  • News
  • 5 ເຫດຜົນທີ່ນະໂຍບາຍ ໄອທີບໍ່ສັກສິດ

5 ເຫດຜົນທີ່ນະໂຍບາຍ ໄອທີບໍ່ສັກສິດ

ໃນສັງຄົມມະນຸດເຮົາມີ “ກົດໝາຍ” ໄວ້ໃຫ້ັຄົນປະຕິບັດຕາມ ໃນໂລກຂອງ “IT Policy” ເຊັ່ນດຽວກັນ ໃນຈຸດນີ້ບາງຄົນອາດຍີ້ມຢູ່ແຈປາກພ້ອມສຽງຫົວ ເປັນຄົນຮ່າງ Policy ນີ້ມາກັບມື ແລະ ເມື່ອທ່ານຄິດກ່ຽວກັບເລື່ອງໃນອົງກອນຂອງທ່ານ ທ່ານອາດຈະເຫັນວ່າມີຫຼາຍຄັ້ງທີ່ຄົນໃນອົງກອນຂອງ ຫຼື ແມ້ແຕ່ຄືກັບຄົນໄອທີກໍ່ບໍ່ໄດ້ປະຕິຕາມຍ້ອນຫຍັງ

ເຮົາລອງມາພິຈາລະນາເຫດຜົນ ເປັນຫຍັງພະນັກງານຈື່ງບໍ່ໃຫ້ຄວາມສຳຄັນ ໃນການເຮັດໃຫ້ດ້ານ IT Policy (ໃນອົງກອນ) ບໍ່ສັກສິດ

  1. ສ້າງກົດລະບຽບທີ່ຍາກ ແລະ ສັບສົນເກີນໄປ: ໃນຖານະຝ່າຍໄອທີຂ້າພະເຈົ້າຢາກປົກປ້ອງທຸກວິທີທາງໃຫ້ສົມບູນແບບໄດ້ຫຼາຍທີສຸດ ຈົນກວ່າກົດລະບຽບທີ່ມີຄວາມຍາກ ແລະ ສັບສົນເກີນໄປ ອາດຈະລືມຄິດວ່າ ໃນການປະຕິບັດຕົວຈີງພະນັກງານໃນອົງກອນຈະມີຄວາມຍຸ້ງຍາກໃນການເຮັດວຽກຈົນອາດຮອດຂັ້ນຕໍ່ຕ້ານຈາກພະນັກງານ ຫຼື ຊອກຫາທາງລັດເພື່ອລີກເລື່ອງກົດລະບຽບຕົວຢ່າງ: ນະໂຍບາບຫ້າມໃຊ້ອຸປະກອນສ່ວນຕົວ (ມືຖື ຄອມພິວເຕີ) ເຄຶ່ອງສ່ວນຕົວໃນການກວດສອບອີເມວຂອງບໍລິສັດຕ້ອງໄດ້ນຳໃຊ້ຜ່ານເວັບເມວ ແລະ ຕ້ອງແມ່ນອຸປະກອນຂອງບໍລິສັດເທົ່ານັ້ນ ກົດລະບຽບດັ່ງກ່າວເບີ່ງຄືມີຄວາມປອດໄພກວ່າ, ແຕ່ກໍ່ເຮັດໃຫ້ພະນັກງານທີ່ຢຸ່ພາຍນອກບໍລິສັດແຕ່ຕ້ອງຢາກໃຊ້ອີເມວກໍບໍ່ສາມາດເຮັດໄດ້ສົ່ງຜົນ ໃຫ້ພະນັກງານມີຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ສາມາດເຮັດໃຫ້ສູນເສຍວຽກໃນກໍລະນີທີ່ຮີບດ່ວນ.
  2. ເກີດມີຊ່ອງຫວ່າງທາງເທັກນີກ: ເຖີງແມ່ນວ່າຄົນໄອທີກຳນົດກົດລະບຽບທີ່ຖືກຕ້ອງ ແຕ່ທາງດ້ານເຕັກນີກອາດຈະເປັນຊ່ອງວ່າງເຊີ່ງບໍ່ສອດຄ່ອງກັບນະໂຍບາຍທີ່ກຳນົດໄວ້ທັງໝົດມັນສາມາດເຫັນໄດ້ເຊັ່ນກັນຕົວຢ່າງ: ຫ້າມຜູ້ໃຊ້ຕິດຕັ້ງໂປຣແກຣມອື່ນໆ ແຕ່ຜູ້ໃຊ້ສາມາດເຮັດໄດ້ ຫຼື ຄົນທີ່ໃຊ້ Wi-Fi ຕ້ອງເປັນຄົນໃນອົງກອນເທົ່ານັ້ນ ແຕ່ເມື່ອພໍລູກຄ້າມາຮອດ Office ແລະ ໃຊ້ Wi-Fi ໄດ້ຖືວ່າມີຄວາມສ່ຽງອັນຕະລາຍ.
  3. ຜູ້ບໍລິຫານບໍໃຫ້ຄວາມສຳຄັນ: ນີ້ກໍ່ແມ່ນອີກເລື່ອງໜື່ງທີ່ສຳຄັນຫຼາຍເຊັ່ນດຽວກັນ ມັກຈະເຫັນວ່າມີຫຼາຍໆອົງກອນທີ່ພະແນກໄອທີຈັດຕັ້ງນະໂຍບາຍ ຫຼື ລະບຽບການຕ່າງໆໄວ້ ເປັນຄົນຮອບຄອບ,ສັ້ນ ແລະ ເໜາະສົມດີແລ້ວ ແຕ່ຜູ້ບໍລິຫານເອງຂໍໃຫ້ຫຼຸດຄວາມເຂັ້ມງວດ ຫຼຸດຜ່ອນຂັ້ນຕອນ ແລະ ຍົກເລີກກົດລະບຽບບາງຢ່າງ ເພາະເອົາຄວາມສະດວກສະບາຍຂອງຕົວເອງເປັນທີ່ຕັ້ງ ແລະ ສູ້ສືກວ່າບໍ່ສຳຄັນ ທີ່ແຍ່ສຸດແມ່ນການບໍລິຫານບໍ່ສະນັບສະໜູນງົບປະມານທີ່ມີຄວາມຈຳເປັນໃນການສະໜອງອຸປະກອນທີ່ໃຊ້ຮັກສາຄວາມປອດໄພທາງດ້ານໄອທີຈື່ງເຮັດໃຫ້ນະໂຍບາຍດ້ານເທັກນີກບໍ່ສອດຄ່ອງກັນ.
  4. ມີຜູ້ຝ່າຝືນ ແຕ່ບໍ່ມີການລົງໂທດ: ຖ້າມີຜູ້ໃຊ້ກຳລັງຊອກຫາວິທີການຝ່າຝືນກົດລະບຽບ ແຕ່ບໍ່ມີການລົງໂທດ ຫຼືບໍ່ມີການລົງໂທດຕາມທີ່ຕັ້ງໄວ້ນະໂຍບາຍນັ່ນຈະສັກສິດໄດ້ແນວໃດ ເມືອ່ບຸກຄົນໃດຄົນໜື່ງລະເມີດໂດຍບໍ່ມີການລົງໂທດໃດໆ ອາດຈະເປັນຄຳເວົ້າເຮັດໃຫ້ຜູ້ໃຊ້ຄົນອື່ນປະຕິບັດຕາມ ແລະ ເມື່ອເຫັນຫຼາຍຄົນເຮັດ ພວກເຂົາຈື່ງບໍ່ເອົາໃຈໃສ່ກົດລະບຽບນັ້ນເລີຍ.
  5. ຜູ້ຄຸມກົດເຮັດຜິດກົດເອງ: ນິແມ່ນເລື່ອງໃຫຍ່ໃນຄວາມຮູ້ສືກຂອງບໍລິສັດເຊັ່ນ ພະແນກໄອທີມີໂຣແກຣມລັກລອບເພງທີ່ລະເມີດລິຂະສິດຫຼືແມ້ແຕ່ແບ່ງເອກະສານບາງປະເພດບໍ່ບໍ່ເໝາະສົົມເປັນຕົ້ນໃນທາງກັບກັນໃຫ້ຄົນໄອທີຄິດວ່າຖ້າເຈົ້າເປັນພະນັກງານແລ້ວເຮັດແບບນີ້ທ່ານຈະຮູ້ສືກແນວໃດໃນຖານະຄົນເຮັດເປັນຕົວຢ່າງເປັນຄົນເຄັງຄັດກ່ອນພະນັກງານຈືາງເຊື່ອຖື

Comments are closed