ຕິດຕາມພວກເຮົາ:

  • Home
  • Website
  • ເວີດເພດເວີຊັນ 5.7 ອອກແລ້ວ

ເວີດເພດເວີຊັນ 5.7 ອອກແລ້ວ

ສໍາລັບເວີຊັນນີ້ມີການປ່ຽນແປງຫຍັງແດ່ ມາເບິ່ງກັນເລີຍ

ເວີດເພດໄດ້ປ່ອຍເວີຊັນ 5.7 ແລະ ເວີຊັນໃຊ້ຊື່ວ່າ “Esperanza” ທີ່ມີຊື່ຕາມນັກດົນຕີ jazz ຂອງອາເມລິກາທີ່ຕ້ອງການຊື່ວ່າ Earlranza Emily Spalding, ເຊິ່ງຫຼີ້ນເຄື່ອງດົນຕີເບດເປັນຫຼັກ ນອກຈາກເປັນນັກດົນຕີແລ້ວ ທັງເປັນທັງນັກແຕ່ງເພງ ແລະ ນັກຮ້ອງເຊັ່ນກັນ

ເລີ່ມຕົ້ນຈາກ Gutenberg

  • ການຈັດການໂຕໜັງສື ສາມາດຈັດການໄດ້ໃນໜ້າດຽວ ບໍ່ຕ້ອງເປີດໄປໜ້າອື່ນເພື່ອແກ້ໄຂ ໂດຍໂຕຈັດການຈະຢູ່ List and Code blocks
  • Reusable blocks ໃນເວີຊັນນີ້ຈະຊ່ອຍໃຫ້ຈັດການກັບບົດຄວາມໄດ້ງ່າຍຂື້ນ ແລະ ບັນທຶກບົດຄວາມອັດຕະໂນມັດ
  • drag-and-drop ສາມາດລາກວາງບົດຄວາມ ແລະ ໃນໜ້າເວັບ

ນອກຈາກນີ້ຍັງສາມາດກໍານົດຕໍາແໜ່ງຄວາມສູງຂອງບົດຄວາມແບບເຕັມໜ້າຈໍ Full-height alignment ຫຼື Buttons block ຈະວ່າງແນວຕັ້ງ ຫຼື ແນວນອນ, ລວມໄປຮອດຕັ້ງຄ່າຄວາມກວ້າງຂອງປຸ່ມໄດ້ອີກ ຫຼື ປ່ຽນຂະໜາດຂອງ social icons ໄດ້ອີກ, ເວີດເພດເວີຊັນ 5.7 ນີ້ຍັງມີການຍຸບສີທັງໝົດທີ່ມີຢູ່ WordPress Source code ລວມເປັນ 7 ສີ 56 ເສດສີແທນ

ໜ້າສົນໃຈທີ່ສຸດສໍາລັບເວີດເພດເວີຊັນ 5.7 ນີ້ຄື ການຍ້າຍຈາກ HTTP ໄປເປັນ HTTPS ການກົດໃຊ້ງານພຽງແຕ່ກົດເທື່ອດຽວ, ເພາະຕອນນີ້ເວີດເພດມີລະບົບກວດສອບວ່າ Hosting ທີ່ເຮົາໃຊ້ງານຢູ່ນັ້ນຮອງຮັບ HTTPS ຫຼື ບໍ່

 

 

Comments are closed