ຕິດຕາມພວກເຮົາ:

  • Home
  • Website
  • WordPress 4.9 ພ້ອມຟັງຊັ່ນໃໝ່ລາກຫຼາຍ

WordPress 4.9 ພ້ອມຟັງຊັ່ນໃໝ່ລາກຫຼາຍ

WordPress 4.9 ໃນຊື່ “Tipton”

ທ່ານສາມາດດາວໂຫຼດ ແລະ ອັບເດດໄດ້ທີ່ WordPress Dashboard ໄດ້, ຄຸນລັກສະນະຂອງ WordPress 4.9 ນີ້ ອອກແບບໃຫ້ມີຄວາມປອດໄພຈາກການຜິດພາດໃນການຂຽນໂປຣແກຣມ ແລະ ຈັດການຕາຕະລາງຊ່ອຍປັບປຸງການເຮັດວຽກຮ່ວມກັນສຳລັບຜູ້ຂຽນເນື້ອຫາ ນອກຈາກນີ້ຍັງມີວີເຈັດໃໝ່ໆ ທີ່ນ່າສົນໃຈອີກຫຼາຍຢ່າງ

ປັບປຸງການເຮັດວຽກຂອງ Customizer ໃຫ້ດີຂື້ນ

  • ການກຳນົດການຕັ້ງເວລາເຜີຍແຜ່ບົດຄວາມ: ທ່ານສາມາດແກ້ໄຂໂພດ ແລະ ຕັ້ງເວລາໃຫ້ໃຊ້ວຽກໄດ້ຕາມວັນເວລາທີ່ເຮົາເລືອກ, ຕອນນີ້ເຮົາສາມາດປັບແຕ່ງໄດ້

ການເພີ່ມປະສິດທິພາບການເຂົ້າລະຫັດ

  • ການເນັນໄວຍະກອນ ແລະ ການກວດສອບຂໍ້ຜິດພາດ: ໃນການສະແດງຜົນ ແຕ່ບໍ່ຮູ້ວ່າມີຫຍັງຜິດພາດໃນ CSS ທີ່ທ່ານຂຽນຂື້ນ ໂດຍການເນັນໄວຍະກອນ ແລະ ການກວດສອບຂໍ້ຜິດພາດໃນ CSS ແລະ ເຄື່ອງມື HTML ແບບກຳນົດເອງ ທີ່ນຳມາໃຊ້ໃນ WordPress 4.8.1 ທ່ານສາມາດລະບຸບຂໍ້ຜິດພາດໃນການເຂົ້າລະຫັດໄດ້ຢ່າງວ່ອງໄວ ມີການຮັບປະກັນໃນທາງປະຕິບັດ ເພື່ອຊ່ອຍໃຫ້ທ່ານສາມາດສະແກນໂຄ້ດໄດ້ງ່າຍຂື້ນ ແລະ ສາມາດແກ້ບັນຫາໄດ້ຢ່າງວ່ອງໄວ
  • Sandbox ເພື່ອຄວາມປອດໄພ: ໜ້າຈໍສີຂາວ ໜ້າຕົກໃຈ ແຕ່ WordPress 4.9 ຈະເຕືອນທ່ານ ກ່ຽວກັບການບັນທຶກຂໍ້ຜິດພາດ ທ່ານຊິນອນລັບດີຂື້ນ ຕອນເວລາກາງຄືນ
  • ຄໍາເຕືອນ ອັນຕະລາຍທີ່ຈະເກີດຂື້ນ!: ເມື່ອທ່ານແກ້ໄຂ Themes ແລະ Plugins ໂດຍຕົງ WordPress 4.9 ຈະເຕືອນທ່ານວ່າ ນີ້ແມ່ນການແກ້ໄຂທີ່ອັນຕະລາຍ ແລະ ຈະແນະນໍາໃຫ້ທ່ານທົດສອບການແກ້ໄຂກ່ອນການອັບເດດໄຟຣຂອງທ່ານ

ການອັດເດດ Widget ເພີ່ມຕື່ມ

  • Widget Gallery ໃໝ່: ການປັບປຸງເພີ່ມ Gallery ຕອນນີ້ທ່ານສາມາດເພີ່ມ Gallery ຜ່ານເຄື່ອງມືໃໝ່ນີ້ໄດ້ແລ້ວ
  • ກົດປຸ່ມເພີ່ມສື່: ຝັງຮູບພາບ ແລະ ສຽງລົງໃນ Widget ພ້ອມກັບຂໍ້ຄວາມຂອງທ່ານ ໂດຍປຸ່ມ Add Media ທີ່ລຽບງ່າຍ ແຕ່ມີປະໂຫຍດຫຼາຍ

ການປັບປຸງການສ້າງເວັບໄຊ

  • ການປ່ຽນທິມທີ່ນ່າເຊື່ອຖືຫຼາຍຂື້ນ: ການປັບປຸງ WordPress 4.9 ມີເມນູ ແລະ ຕຳແໜ່ງ Widget ແບບຖາວອນຫຼາຍຂື້ນ
  • ການຄົ້ນຫາ ແລະ ເບີ່ງໂຕຢ່າງ Themes ທີ່ສົມບູນແບບ: ທ່ານກຳລັງຊອກຫາ Themes ໃໝ່ ສຳລັບເວັບໄຊທ່ານ, ທ່ານສາມາດຄົ້ນຫາ ແລະ ເບີ່ງໂຕຢ່າງ Themes ທີ່ມີຫຼາຍກວ່າ 2600 ຮູບແບບ

 

 

 

Comments are closed