ຕິດຕາມພວກເຮົາ:

  • Home
  • Security
  • ວິທີສັງເກດເວີດເພດຂອງເຮົາຖືກແຮັກ

ວິທີສັງເກດເວີດເພດຂອງເຮົາຖືກແຮັກ

ລັກສະນະເຕືອນວ່າເວັບໄຊເວີດເພດຂອງເຮົາຖືກແຮັກ

  • ໜ້າ HomePage ຫຼື ໜ້າອື່ນໆ ມີຂໍ້ມູນແປກໆ ທີ່ເຮົາບໍ່ໄດ້ເປັນຄົນຂຽນເອງເຊັ່ນ: ມີຂໍ້ຄວາມ ໂຄສະນາ ມີຮູບພາບຕ່າງໆ ທີ່ເຮົາບໍ່ເຄີຍສ້າງໄວ້ ຫຼື ບໍ່ເຄິຍສະໝັກມາກ່ອນ ບາງທີກໍອາດຈະມີການຊຸ່ມສະແດງຜົນນຳ ບາງທີກໍສະແດງສະເພາະໂທລະສັບກໍມີ

  • Traffic ຂື້ນສູງພີເສດໃນບາງໜ້າ Hacker ພວກນີ້ມັກບໍ່ລົງທຶນ ແຕ່ໃຊ້ເວັບຂອງເຮົາເປັນໂຕສະແເດງຂໍ້ມູນແທນ ໂດຍການໃຊ້ໜ້າເວັບຂອງເຮົາເປັນພື້ນທີ່ໂຄສະນາຂອງໂຕເອງ ແເລ້ວກະຈາຍໄປພາກສ່ວນຕ່າງໆ ຖ້າໃຫ້ຄົນເຂົ້າມາດເບີ່ງ ຫຼື ກົດຕາມສີ່ງທີ່້ເຂົາຕ້ອງການ ເຮົາກໍຈະເສຍແບນວິດແບບເສຍຖີ້ມ ລະບົບດເຮັດວຽກກໍຈະໜັັກຜິດປົກກະຕິ ອັນນີ້ຕ້ອງໄດ້ເບີ່ງດີິໆ
  • ເວັບຂອງເຮົາມີການ Redirect ໄປເວັບອື່ນອັນນີ້ຊັດເຈນຫຼາຍ ແຕ່ຄົນທີ່ບໍ່ໄດ້ມັກເຂົ້າໄປ ເບີ່ງເວັບໄຊຂອງໂຕເອງອາດຈະບໍ່ຮູ້ໂຕ ວ່າເວັບຂອງເຮົາຖືກຄົນບໍ່ຫວັງດີໃຊ້ເປັນທາງຜ່ານແລ້ວ ໂດຍຜູ່ບໍ່ຫວັງດີຈະຝັງຄຣີບໄວ້ໃນເວັບຂອງເຮົາ ເມື່ຶອມີຄົນກົດເຂົ້າໄປເບີ່ງກໍຈະຖຶກຍ້າຍໄປເວັບຂອງເຂົາແທນ ເວັບໄຊການສຶກສາດີໆອາດຈະກາຍເປັນເວັບ 18+ ກໍເປັນໄດ້
  • ການສະແດງຜົນຄົ້ນຫາທິີ່ບໍ່ຕົງກັນກັບທີ່ເຮົາຄົ້່ນຫາ ແລະ ບໍ່ກ່ຽວຂ້ອງກັບເວັບຂອງເຮົາ Hacker ປ່ຽນຂໍ້ມູນບາງສ່ວນຂອງເວັບ ເຊີ່ງຈະເຮັດໃຫ້ ການຄົ້ນຫາ Search engine ເຊັ່ນ: google ເກັບຂໍ້ມູນໂຕນີ້ໄປນຳ
  • ມີການສ້າງ File ຫຼື Floder ແປກໆຂື້ນມາເຮັດໃຫ້ Hacker ສາມາດເກາະຕິດເຮົາໄດ້ຫຼາຍກ່ອນເກົ່າ ຕໍ່ໃຫ້ເຮົາລົບຂໍ້ມູນເລົ່ານັ້ນອອກໄປ ແຕ່ມັນກໍສາມາດສ້າງຂື້ນມາໃໝ່ໄດ້ ເພາະມີການສ້າງ File ສຳຄັນໄວ້ໃນລະບົບແລ້ວ ຫຼື ບາງທີກໍມີການສ້າງ Backdoor ທີ່ຈະເຂົ້າມາອິກຍາມໃດກໍໄດ້ ລອງໃຊ້ໂປຣແກຣມ Ftp ເບີ່ງວ່າມີFile ໃດທີ່ບໍ່ໜ້າກ່ຽວຂ້ອງເພີ່ມຂື້ນມາ
  • ມີ User ແປກໜ້າເຂົ້າມາໃນລະບົບບາງຄັ້ງ Hacker ກໍມີການເພີ່ມ User ເຂົ້າມາເພື່ອໃຊ້ສິດໃນການເຂົ້າມາເພີຍແຜ່ໂພສຕ່າງໆ  ຖ້າເວັບໃຜບໍ່ໄດ້ເປີດສະໝັກ User ຢູ່ແລ້ວ ກໍແນະນຳໃຫ້ປິດລະບົບນີ້ໄປເລີຍກໍໄດ້ ຖ້າມີຊື່ແປກໆຂື້ນມາ ກໍລົບໄດ້ເລີຍ ແລະ ກໍສະແດງວ່າເວັບໄຊຂອງເຮົານັ້ນມີຊ່ອງໂຫວ່ຢູ່
  • ການແຈ້ງເຕືອນຈາກ Browsers ຖ້າມີຄົນບອກວ່າ ເວລາເຂົ້າເວັບໄຊຂອງເຮົາແລ້ວເຈິໜ້າແດງໆ ແຈ້ງເຕືອນວ່າເວັບມີ Virus ກໍຄວນຈັດການຕອນນັ້ນເລີຍ
  • ວິທີປ້ອງກັນ ເໜື່ອງຈາກການແກ້ໄຂບັນຫານັ້ນຍຸ້ງຍາກກວ່າການປ້ອງກັນກ່ອນທີ່ມັນຈະເກິດຂຶ້ນ ດັ່ງນັ້ນສີ່ງທີ່ຄວນທຳອິດກໍຄື ການປ້ອງກັນກ່ອນທີ່ຈະໃຫ້ມັນເກີດຂື້ນ
  • ເລືອກໂຮສ ຢ່າເບີ່ງແຕ່ລາຄາຖືກ ແລະ ຄິດວ່າທຸກໂຮສກໍຄືກັນ ໂຕທີີ່ລາຄາແພງກວ່າບາງເຈົ້ານັ້ນອາດຈະອາດຈະຍ້ອນການລົງທືນທີ່ຫຼາຍກວ່າເລື້ອງຊັບພະຍາກອນ ແລະ ລະບົບຕ່າງໆ ໂດຍໂຮສທີີ່ດີກໍຄວນຈະມີລະບົບຮັກສາຄວາມປອດໄພລະດັບເຊີບເວິນຳ ເພາະບາງທີການຕິດເຊຶ້ອຢູ່ເວັບດຽວອາດຈະແພ່ກະຈາຍໄປທັງລະບົບໄດ້ ຢ່າລືມໃນເລື້ອງຂອງ Support ໃນເວລາເກີດບັນຫາ ບາງທີອາດຈະປັບຄວາມຮັບຜິດຊອບກັບເວັບນ້ອຍໆ ຫຼືຫຼິກລ້ຽງການຊ່ວຍເຫຼືອ ແບບນີ້ຖືວ່າບໍ່ຄວນເຮັດ
  • ຕິດຕັ້ງ Plugins ກ່ຽວກັບຄວາມປອກໄພ WordPress ມີ Plugins ກ່ຽວກັບຄວາມປອດໄພຫຼາກຫຼາຍໂຕໃຫ້ເລືອກໃຊ້ ມີທັງການປັບແຕ່ງລະບົບພື້ນຖານຂອງ WordPress ເພື່ອລົບລິກຈາກການຖືກໂຈມຕີ ບລອກການ Login ທີ່ບໍ່ປົກກະຕິ ປົກປ້ອງ ແລະ ແຈ້ງເຕືອນເມື່ອມີສີ່ງທີ່ຜິດປົກກະຕິ ສ້າງ Firewall ເພື່ອປ້ອງກັນການເຂົ້າເຖີງຈາກແຫຼ່ງທີ່ ຜິດສັງເກດ ເຊັ່ນ: Ninja Firewall (WP-Editrion), Securi,iThemes Security ແລະ ອື່ນໆ ນອກຈາກນີ້ຍັງມີເລື້ອງງ່າຍໆ ທີ່ີຊ່ວຍໃຫ້ເວັບເຮົາ Hack ໄດ້ຍາກຂື້ນນຳເຊັ່ນ: ການຕັ້ງລະຫັດຜ່ານໃຫ້ຍາກໆໄວ້ກ່ອນ
  • ໃຊ້ Themes ແລະ Plugins ທີ່ປອກໄພ ດາວໂຫຼດ Themes ແລະ Plugins ຈາກບ່ອນທີ່ໜ້າເຊື່ອຖື ຈາກຕັ້ນສະບັບໂດຍກົງ ທັງຈາກ WordPress.Org ຫຼື ເວັບໄຊທີ່ໜ້າເຊື່ອຖືທີ່ເຮັດ Themes  ໂດຍສະເພາະບໍ່ເອົາ Themes ຂອງປອມທີ່ລະເມີດລິດຂະສິດ Themes free ຫຼື Themes ລາຄາຖືກມາໃຊ້ງານ ເພາະອາດຈະຕິດເມົາແວຣມານຳ
  • ອັບເດດສະໝໍ່າສະເໝີການຫຼິກລ້ຽງການອັບເດດບໍ່ແມ່ນການກະທຳທີ່ດີ ເພາະຫຼາຍໆ ຄັ້ງນັ້ນການອັບເດດເນັ້ນໄປທີ່ການປິດຊ່ອງໂຫວ່ໂດຍກົງ ເຮັດໃຫ້ການແກ້ໄຂໃນຈຸດນີ້ໄປ ແລະ ບາງທີຈຸດນ້ອຍໆ ເລົ່ານີ້ກໍອາດຈະເປັນສາເຫດຂອງບັນຫາໃຫຍ່ກວ່າເກົ່າທີ່ຈະຕາມມາກໍເປັນໄດ້ “ການໂຈມຕີໃນລັກສະນະທີ່ເວົ້າມານີ້ແມ່ນ ເປັນການໂຈມຕີ WordPress ແບບທົ່ວໄປບໍ່ໄດ້ໂຈມຕີແບບລະບຸເວັບໂດຍກົງ ເຊັ່ນ: DDos Attacks ທີ່ຕ້ອງໃຊ້ການປ້ອງກັນໃນລະດັບເຊີບເວິໂດຍກົງຈື່ງຈະໄດ້ຜົນ”

Comments are closed