ຕິດຕາມພວກເຮົາ:

  • Home
  • Security
  • Drupal ອອກ Patch ປິດຊ່ອງໂຫວ່ຄວາມສ່ຽງສູງສຸດ

Drupal ອອກ Patch ປິດຊ່ອງໂຫວ່ຄວາມສ່ຽງສູງສຸດ

Drupal ອອກ Patch ປິດຊ່ອງໂຫວ່ຄວາມສ່ຽງສູງສຸດໃຫ້ກັບ Drupal 7 ແລະDrupal 8 ເຕືອນຜູ້ໃຊ້ອັບເດດດ່ວນ

ທີມພັດທະນາ Drupal ໄດ້ອອກ Security Release ເພື່ອປິດຊ່ອງໂຫວ່ຄວາມສ່ຽງລະດັບສູງສຸດ ໃຫ້ກັບ Drupal ລຸ່ນ 7.x, 8.3.x, 8.4.x ແລະ 8.5.x ແລະ ເຕືອນໃຫ້ຜູ້ໃຊ້ ໃຫ້ອັບເດດໂດຍທັນທີ ເນື່ອງຈາກອາດມີຜູ້ນໍາຊ່ອງ ໂຫວ່ເຫລົ່ານີ້ໄປໃຊ້ໂຈມຕີໃນອີກບໍ່ດົນ

ສໍາລັບລາຍລະອຽດຂອງຊ່ອງໂຫວ່ສະບັບເຕັມທາງ Drupal ຍັງບໍ່ໄດ້ອອກມາໃຫ້ຂໍ້ມູນ ເນື່ອງຈາກເຫັນວ່າຈະຖືກຜູ້ບໍ່ຫວັງດີ ນໍາໄປໃຊ້ໂຈມຕີ ກ່ອນທີ່ຜູ້ໃຊ້ຍັງບໍ່ທັນໄດ້ອັບເດດ ແຕ່ເນື່ອງຈາກມີໂຄ້ດອອກມາແລ້ວໃນ Patch ດັ່ງນັ້ນຊ່ອງໂຫວ່ເຫລົ່ານີ້ ອາດຖືກນໍາໄປໃຊ້ໂຈມຕີໄດ້ໃນອີກບໍ່ດົນຫລັງຈາກນີ້

Drupal 8.3.x ແລະ 8.4.x ນັ້ນ ເຖິງຈະມີ Patch ນີ້ອອກມາ ແຕ່ເນື່ອງຈາກສອງລຸ່ນນີ້ ຖືເປັນລຸ່ນເກົ່າທີ່ Drupal ບໍ່ໄດ້ອອກ Patch ປິດຊ່ອງໂຫວ່ອື່ນໆໃຫ້ ດັ່ງນັ້ນທາງ Drupal ເອງ ແນະນໍາໃຫ້ຜູ້ໃຊ້ອັບເດດ ມາເປັນຮຸ່ນ 8.5.x ແທນ ເພື່ອຄວາມປອດໄພ

ທີ່ມາຂອງຂ່າວ: https://www.drupal.org

Comments are closed