ຕິດຕາມພວກເຮົາ:

  • Home
  • News
  • Firefox ເພີ່ມ add-on ແຍກການເກັບຂໍ້ມູນ Facebook

Firefox ເພີ່ມ add-on ແຍກການເກັບຂໍ້ມູນ Facebook

Firefox ໄດ້ອອກ Facebook Container ເພື່ອແຍກການເກັບຂໍ້ມູນຂອງເວັບ Facebook

ເພື່ອບໍ່ໃຫ້ສາມາດຕິດຕາມການໃຊ້ວຽກຂອງຜູ້ໃຊ້ ກັບການເຂົ້າເວັບໄຊອື່ນໆໄດ້ ໂດຍແນວຄິດ Container ນັ້ນມີການທົດລອງໃຊ້ມາຊ່ວງຫນຶ່ງແລ້ວ ແຕ່ທາງ Firefox ບໍ່ເຄີຍເອົາອອກມາໃຊ້ເປັນຄຸນນະສົມບັດຫລັກຂອງຕົນ

firefox-container-addon

Container ນັ້ນຈະມີ Cookies, Browsing cache, indexedDB ແລະ ພື້ນທີ່ເກັບ Local ເປັນຂອງໂຕເອງຂັ້ນຕອນ ແລະ ເງື່ອນໄຂການເຮັດວຽກນັ້ນມີດັງນີ້:

  • ເມື່ອໃຊ້ວຽກເທື່ອທໍາອິດມັນຈະລ້າງຂໍ້ມູນ Cookies ຂອງ Facebook ເກົ່າທັງຫມົດ
  • ໃຫ້ຜູ້ໃຊ້ລ໋ອກອິນໄປໃຫມ່ຫລັງຈາກນັ້ນຈະສ້າງ Database ສໍາຫລັບ Facebook ທີ່ຕ້ອງໃຊ້ຕ່າງຫາກເຊັ່ນ: Cookies, cache ແລະອື່ນໆ
  • Container ຈະໂຫລດຫນ້າຫລັກຂອງ Facebook ພາຍໃນ Tab ສີຟ້າ (ຕາມຮູບພາບ)
  • ຫາກຜູ້ໃຊ້ ເຂົ້າໃຊ້ລິ້ງທີ່ບໍ່ແມ່ນຂອງ Facebook ຫລືເຂົ້າ URL ທີ່ບໍ່ແມ່ນຫນ້າຂອງ Facebook ຈະຖືກໂຫລດນອກ Container
  • ການກົດປຸ່ມແຊໃນ Tab ອື່ນໆຂອງ Browser ຈະຖືກໂຫລດພາຍໃນ Container ຄືກັນ
  • ເວັບໄຊທີ່ຕ້ອງລ໋ອກອິນດ້ວຍ Facebook Credential ຈະໃຊ້ວຽກບໍ່ໄດ້ເພາະມັນຖືກອອກແບບມາໃຫ້ເຮັດວຽກແຍກກັນແລ້ວ
  • Comments ແລະ ປຸ່ມ Like ທີ່ຝັງຢູ່ໃນເວັບອື່ນໆ ຈະເຮັດວຽກບໍ່ໄດ້ເຊັ່ນດຽວກັນເພາະເວັບອື່ນຖືກໂຫລດນອກ Container


ຢ່າງໃດກໍ່ຕາມຄວາມຕັ້ງໃຈຂອງ Firefox ກະຄືຂໍ້ມູນເດີມທີ່ເຮົາໃຊ້ວຽກກັນຢູ່ແລ້ວ ຈະຕ້ອງໃຫ້ Facebook ໄປເພາະເຮັດຫຍັງບໍ່ໄດ້ ແຕ່ຂໍ້ມູນໃຫມ່ຫລັງຈາກນີ້ ວ່າເຮົາເຂົ້າເວັບໄຊໃດ ກະຈໍາກັດບໍ່ໃຫ້ Facebook ຮູ້ແລ້ວ ເທົ່ານັ້ນເອງ

ທີ່ມາຂອງຂ່າວ: https://www.bleepingcomputer.com ແລະ https://www.securityweek.com

Comments are closed