ຕິດຕາມພວກເຮົາ:

  • Home
  • News
  • ວິທີ​ປ້ອງ​ກັນອີ​ເມ​ວ​ໄວລັດ

ວິທີ​ປ້ອງ​ກັນອີ​ເມ​ວ​ໄວລັດ

ໂດຍການເຮັດວຽກຂອງອີເມວໄວລັດນັ້ນ ແມ່ນຈະສ້າງ Subject ຂອງ Mail ແບບອັດຕະໂນມັດ ນອກຈາກນີ້ຍັງມີການສົ່ງ Attach file ເພື່ອໃຫ້ຜູ້ຮັບຄຣິກເພື່ອເປີດໂປຣແກຣມໄວລັດ ເພື່ອໃຫ້ໄວລັດເລີ່ມເຮັດວຽກ, ການໃຊ້ Mail ທີ່ເປັນ Webmail ໄດ້ແກ່ Gmail, Yahoo ແລະ Hotmail ນັ້ນ ເຈົ້າຂອງເວັບຈະຕິດຕັ້ງໂປຣແກຣມປ້ອງກັນໄວລັດໃຫ້ເຮົາແລ້ວດັ່ງນັ້ນຈຶ່ງຂ້ອນຂ້າງປອດໄພ, ແຕ່ຢ່າງໃດກໍ່ຕາມ ຖ້າຫາກວ່າໄດ້ຮັບຟາຍແນບກໍ່ຄວນເລືອກໃຊ້ຄຳສັ່ງ Scan Virus ກ່ອນທີ່ຈະເປີດ ຫຼື ດາວໂຫລດໄຟຣ໌ນັ້ນ ນອກຈາກນີ້ຍັງມີວິທີປ້ອງກັນໄວລັດຈາກອີເມວງ່າຍໆເຊັ່ນ:

ວິທີປ້ອງກັນອີເມວໄວລັດ

  • ອັບເດດລະບົບໃຫ້ເປັນເວີຊັນປັດຈຸບັນ
  • ອັບເດດ Browser ໃຫ້ເປັນເວີຊັນປັດຈຸບັນ
  • ຕິດຕັ້ງໂປຣແກຣມ Antivirus ແລະ ອັບເດດໃຫ້ເປັນເວີຊັນປັດຈຸບັນ
  • ລະມັດລະວັງອີເມວທີ່ເຮົາບໍ່ຮູ້ຈັກ
  • ລະມັດລະວັງອີເມວທີ່ມີຟາຍແນບທີ່ມີນາມສະກຸນ .exe, .scr, .pif, .vbs ເປັນຕົ້ນ

Comments are closed