ຕິດຕາມພວກເຮົາ:

  • Home
  • News
  • TikTok ມີແຜນທີ່ຈະຍ້າຍອອກຈາກຈີນ ຫລັງຈາກສະຫະລັດ ແລະ ອິນເດຍ ຫ້າມໃຊ້ແອັບນີ້

TikTok ມີແຜນທີ່ຈະຍ້າຍອອກຈາກຈີນ ຫລັງຈາກສະຫະລັດ ແລະ ອິນເດຍ ຫ້າມໃຊ້ແອັບນີ້

ບໍລິສັດແມ່ຂອງ TikTok ກຳລັງພິຈາລະນາຍ້າຍບໍລິສັດອອກຈາກປະເທດຈີນ ຫລັງຈາກປະສົບບັນຫາທີ່ສະຫະລັດ ແລະ ອິນເດຍ ຫ້າມນ ໃຊ້ແອັບ TikTok ແລະ ເຊື່ອກັນວ່າ ແອັບ TikTok ອາດສົ່ງຂໍ້ມູນຜູ້ໃຊ້ໄປໃຫ້ລັດຖະບານຈີນ

ນອກຈາກນີ້ ບໍລິສັດໄດ້ພິຈາລະນາການປັບປຸງໂຄງສ້າງພາຍໃນ  ລວມທັງການປ່ຽນຄະນະບໍລິຫານຊຸດໃໝ່ເຊັ່ນດຽວກັນ ເພື່ອເປັນການຈັດການກັບຄວາມກັງວົນດ້ານຄວາມປອດໄພ ແລະ ນຳຄວາມເຊື່ອໝັ້ນຂອງ TikTok ກັບຄືນມາ, ເພື່ອສະແດງໃຫ້ເຫັນວ່າ TikTok ແມ່ນແອັບລະດັບທົ່ວໂລກ

ເຖິງຢ່າງໃດກໍ່ຕາມ ທາງ Bytedance ບໍ່ໄດ້ເປີດເຜີຍວ່າ ຈະຍ້າຍໄປປະເທດໃດ ແລະ ຍ້າຍອອກຕອນໃດ ແຕ່ຄາດວ່າຈະໄວທີ່ສຸດ, ເພາະວ່າຖ້າດົນເກີນໄປ ມັນອາດຈະບໍ່ຖືກຫ້າມພຽງແຕ່ຢູ່ໃນປະເທດສະຫະລັດ ກັບ ອິນເດຍເທົ່ານັ້ນ ເພາະມີຂ່າວລືວ່າອົດສະຕາລີ ແລະ ປະເທດອື່ນໆ ພ້ອມກຽມພິຈາລະນາຄຳ ສັ່ງຫ້າມໃຊ້ແອັບດັ່ງກ່າວ

 

Comments are closed