ຕິດຕາມພວກເຮົາ:

Cloud Hosting ແມ່ນຫຍັງ

Cloud hosting ຄືການໃຊ້ Cloud Technology ໃນລັກສະນະຂອງການນຳເຊີເວີຫລາຍໆເຄື່ອງມາໃຊ້ງານພ້ອມໆກັນ ເກີດເປັນການປະມວນຜົນໃຫຍ່ຂື້ນ ເຊີ່ງມີລັກສະນະຄ້າຍກັບເມກທີມີອາຍມາລວມຕົວກັນ

ເມື່ອມີການປະເມີນຜົນ Cloud Hosting ຈະຊ່ວຍກັນປະເມີນຜົນຕາມຂັ້ນຕອນຈົນແລ້ວ ຫາກເກີດຄວາມຜິດພາດກັບເຄື່ອງເຊີເວີທີກຳລັງເຮັດວຽກ ເຄື່ອງໃດເຄື່ອງໜື່ງ ເຄື່ອງເຊີເວີອີກເຄື່ອງໜື່ງກໍ່ຈະເຮັດໜ້າທີເຮັດແທນຈົນງານນັ້ນແລ້ວໄປດ້ວຍດີ ເຮັດໃຫ້ການເຮັດວຽກ Cloud Hosting ນັ້ນມີຄວາມສົມບູນຫລາຍຂື້ນ

Cloud Technology ແບ່ງອອກເປັນ 3 ສ່ວນຕາມງານເຮັດວຽກຄຶ:

  1. Infrastructure as a Service (laaS) ແມ່ນບໍລິການດ້ານໂຄ້ງສ້າງດ້ານຮາດແວ່ ລະບົບເຄື່ອຂ່າຍແລະລະບົບຮັກສາຄວາມປອດໄພ ໃນຮູບແບບ (virtualization) ເຊີ່ງເຮັດໃຫ້ສາມາດຈັດຊັບພະຍາກອນໄດ້ແບບໄດນາມິກ ເຊັ່ນ ການເພີ່ມຫຼືລົດຂະໜາດຂອງຊີພີຢູ ຮາດດິດ ແລມຂອງເຄື່ອງເຊີເວີເປັນຕົ້ນ ເຊີ່ງທາງບໍລິສັດ ໄຊໂຍ ໂລດຕີ້ງ ຈຳກັດ ໄດ້ມີບໍລິການໃນສວ່ນຂອງ (laaS) ຄືບໍລິການ Cloud Service ລບໍລິການໃຫ້ເຊົ່າດາວເຊີເວີ
  2. Platform as a service (Paas) ເຊີ່ງເປັນການໃຫ້ບໍລິການແພດຟອມທີຮອງຮັບການດຮັດວຽກຂອງຮາດແວ ລະບົບປະຕິບັດງານ ລ/ະບົບຖານຂໍ້ມູນ ແລະ ເອັບພິເຄຊັ່ນ ໂດຍຜູ້ບໍລິການສາມາດຮັບຄວາມຕ້ອງການໃຊ້ງານ ແລະ ສາມາດຈັດການໄດ້ເອງ
  3. Software as a service (Paas) ຄຶການໃຫ້ບໍລິການຊອບແວໃຫ້ແກ່ຜູ້ໃຊ້ງານໃນຮູບແບບໃກ້ບໍລິການໃນເວັບໃຊ້ ໂດຍທີ່ຜູ້ໃຊ້ບໍ່ຈຳເປັນຕ້ອງລົງທືນຊື້ຊອບແວແພັກເກັດແລະເຄື່ອງຄອມພີວເຕີ ເພື່ອມາຕິດຕັ້ຝໃສ່ບົນເຄື່ອງຄອມພີວເຕີຂອງຕົນເອງ ເຊັ່ນ ແອບພິເຄຊັ່ນ ໂດຍຜູ້ໃຊ້ບໍລິການ ສາມາດລົດຮັບຄວາມຕ້ອງການການໃຊ້ງານ ແລະ ສາມາດຈັດການໄດ້ເອງ

Cloud hosting ແມ່ນຫຍັງ

ຫາກເປັນ service ທຳມະດາເມື່ອເກີດຄວາມເສຍຫາຍຫຼືຄວາມຜິດພາດກັບເຄື່ອງເຊີເວີ ທ່ານຈະຕ້ອງລໍຖ້າຊ່າງມາຊ່ອມແຊມໃຫ້ສາມາດໃຊ້ງານໄດ້ຕາມປົກກະຕິຈື່ງມາເປີດໃຫ້ໃຊ້ງານໄດ້ອີກຄັ້ງ ແຕ່ຫາກໃຊ້ Cloud hosting ເມື່ອເກີດຄວາມເສຍຫາຍກັບເຄື່ອງເຊີເວີ ທີ່ທ່ານກຳລັງໃຊ້ງານຢູ່ ລະບົບຈະຍ້າຍໄປເຮັດວຽກໃນເຄື່ອງໃໝ່ທັນທີ ໂດຍບໍ່ຕ້ອງຖ້າໃຫ້ເຄື່ອງແປງແລ້ວກ່ອນ ເຮັດໃຫ້ທ່ານບໍ່ຕ້ອງເສຍເວລາຖ້າ ເວັບໃຊ້ຂອງທ່ານກໍຈະສາມາດເຮັດວຽກຕໍ່ໄປໄດ້ແບບບໍ່ສະດຸດ

ເປັນຫຍັງຕ້ອງເລືອກໃຊ້ Cloud hosting

ການເຮັດທຸລະກຳ online ນັ້ນມີຄວາມສຳຄັນຫຼາຍຂື້ນ ຕ້ອງການຄວາມຖືກຕ້ອງແລະຄວາມໜ້າເຊື່ອຖືຫຼາຍຂື້ນ ຫາກທ່ານບໍ່ສາມາດສ້າງຄວາມໜ້າເຊື່ອຖືໃຫ້ກັບລູກຄ້າໄດ້ ທ່ານກໍ່ຈະບໍສາມາເເຕີບບໂຕໃນໂລກ online ໄດ້ເຊັ່ນກັນ ເຖີງແມ້ທ່ານຈ່ຮູ້ວ່າ Cloud hosting ນັ້ນມີຂໍ້ດີພຽງໃດ ແຕ່ຫາກທ່ານບໍ່ສົນໃຈ ຈົນເມື່ອຖືງເຫດຄວາມຂັດຂ້ອງຂອງການໃຊ້ການ ເຊີເວີ ປົກກະຕິກໍ່ຈະເຮັດໃຫ້ທ່ານພາດໂອກາດທຸລະກິດຂອງທ່ານໄປແລ້ວ

Wed Hosting ທົ່ວໄປ VS Cloud hosting

ລັກສະນະການເຮັດວຽກຂອງ Wed Hosting ທົ່ວໄປຈະໃຊ້ເຊີເວີພຽງ 1 ເຄື່ອງ ມາໃຊ້ງານເຊີ່ງຄຸນສົມບັດຂອງເຄື່ອງເຊີເວີ ຈະມີປະສິດທິພາບການເຮັດວຽກທີ່ແຕກຕ່າງກັນອອກໄປ ຂື້ນຢູ່ກັບຜູ້ໃຫ້ບໍລິການແຕ່ລະເຈົ້າ ໃນຜູ້ໃຊ້ບໍລິການເວັບ ໂຊຕີ້ງບາງລາຍ ທີ່ໃຊ້ບໍລິການ Wed Hosting ດ້ວຍລາຄາຖືກຈະເຮັດການອັດເວັບໄຊໄວ້ໃນເຄື່ອງເຊີເວີເຄື່ອງດຽວເປັນຈຳນວນຫຼາຍເພື່ອໃຊ້ຄຸ້ມກັບຄ່າໃຊ້ຈ່າຍ ໂດຍບໍ່ຄຳນືງເຄີງຜົນເສຍຫາຍທີ່ອາດເກີດຂື້ນໄດ້ກັບລູກຄ້າ ດັ່ງນັ້ນໂອກາດທີ່ເວັບໄຊໃດເວັບໄຊໜື່ງມີບັນຫາ ກໍ່ຈະເຮັດໃຫ້ໂອກາດເກີດຂື້ນ server Down ມີເພີ່ມສູງຂື້ນດ້ວຍເຊັ່ນດຽວກັນ ເມື່ອເກີດປັນຫາກັບ ຮາດແວ ຕ່າງໆ ເຄື່ອງເຊີເວີກໍ່ຈະບໍ່ສາມາດເຮັດວຽກໄດ້ ເຊີ່ງຈະສົ່ງຜົນຕໍ່ໄປຍັງເວັບໄຊເຮັດໃຫ້ເວັບໄຊລົ້ມຫຼຶບໍ່ສາມາໃຊ້ງານໄດ້ເມື່ອ Wed Hosting ທົ່ວໄປ ເກີດປັນຫາໃຫ້ກັບເຊີເວີເຮັດໃຫ້ການແກ້ໄຂໂດຍການປ່ຽນກັບອຸປະກອນໃຫມ່ເຊີ່ງຈະໃຊ້ເວລາມນການປ່ຽນແປງຫຼືຕິດຕັ້ງອຸປະກອນໃຫມ່ແທນອຸປະກອນເກົ່າ ຢ່າງໜ້ອຍ 4 ຊົ່ວໂມງ ເຊີ່ງຂື້ນກັບເຄື່ອງສັນຍານຮັບປະກັນກ່ຽວກັບເຄື່ອງເຊີເວີ ແລະຫາກອຸປະກອນດັ່ງກ່າວເປັນລຸ້ນເກົ່າ ຈະເຮັດໃຫ້ອາໄລ່ທົດແທນຫາຍາກ ອາດຕ້ອງໃຊ້ໄລຍະເວລາໃນການສັ່ງອຸປະກອນຫຼາຍມື້ ຫຼືເປັນອາທິດ ຫຼືເຮັດໃຫ້ພາດໂອກາດໃນການຕິດຕັ້ງຕໍ່ທຸລະກິນກໍ່ເປັນໄດ້

ການເຮັດວຽກຂອງ Wed Hosting ຈະມີການນຳເຄຶ່ອງເຊີເວີິທີມີຄຸນສົມບັດ ແລະ ປະສິດທິພາບການວຽກສູງ ໂດຍໃຊ້ເຄື່ອງເຊີເວີຈຳນວນຫຼາຍເຄື່ອງ ຕໍ່ກັນເປັນ server farm ເຊີ່ງຈະຕ້ອງໃຊ້ Storage server ໃຊ້ໃນການເກັບຂໍ້ມູນສ່ວນເຄື່ອງເຊີເວີຈະເຮັດໜ້າທີ່ໃນການປະມວນຜົນເທົ່ານັ້ນ ຫາກເຄື່ອງເຊີເວີເຄື່ອງໃດເຄື່ອງໜື່ງເກີດປັນຫາເຄື່ອງອື່ນໆກໍ່ຈະມີການເຮັດວຽກແທນໂດຍອັດຕະໂນມັດ ຈື່ງເຮັດໃຫ້ເຊີເວີບໍ່ສາມາດເຮັດວຽກຕໍ່ໄປໄດ້ ລະບົບຈະບໍ່ລົ້ມດ້ວຍເຕັກໂນໂລຊີ High Availability (HA) ເມື່ອເກີດ Hardware Operating System failures ຈະເລີ່ມຂະບວນການ HA ທັນທີ ແລະລະບົບຈະທຳການ Restart Virtual Machine ໃຫ້ໂດຍອັດຕະໂນມັດ ຊ່ວຍໃຫ້ລະບົບສາມາດໃຫ້ບໍລິການໄດ້ຢ່າງຕໍ່ເໜື່ອງ ມີປະສິດທິພາບ ເຊີງມີຄວາມສາມາດໃນການເຮັດວຽກແທນກັນໄດ້ເມື່ອລະບົບໃດລະບົບໜື່ງຜິດພາດ ສາມາດຮອງຮັບການເຂົ້າໃຊ້ບໍລິການໄດ້ຕະຫຼອດເວລາ 24 x 7 ມີມໍນິເຕີ Virtual Machine ແລະ Restart Virtual Machine ໄປຍັງອີກ Node ເພື່ອລົດ Downtime ຂອງ Virtual Machine ຫຼື Application (Service) ໃຫ້ໜ້ອຍທີ່ສຸດ

ການສຳຮອງ ແລະ ກູ້ຂໍ້ມູນຄືນ

Wed Hosting ທົ່ວໄປໃນການສຳຮອງຂໍ້ມູນ ຈະເຮັດການຄັດລອກຂໍ້ມູນຕ່າງໆ ເຊັ່ນ ຂໍ້ມູນຂອງເວັບໄຊຫຼຖານຂໍ້ມູນຕ່າງໆລົງໃນ Hard disk ເຊີ່ງຈະເຮັດການເກັບຂໍ້ມູນເປັນລາຍວັນຫຼືເປັນອາທິດ ທັງນັ້ນກໍ່ແລ້ວແຕ່ບໍລິສັດໃຫ້ບໍລິການ ແລະ ຫາກປະຕິບັດການເຮັດວຽກມີປັນກາ ກໍ່ຕ້ອງເຮັດການນຳເຄື່ອງສຳຮອງມາໃຊ້ງານການຄັດລອກຂໍ້ມູນໄປໄວ້ໃນລະບົບ ເຊີເວີ ໃໝ່ ເຊີ່ງວິທິນີ້ຈະໃຊ້ເວລາພໍສົມຄວນ ຫາກຂໍ້ມູນຫຼາຍອາດໃຊ້ເລວາແກ້ໄຂປັນຫາເຖີງ 2-3 ມື້ ກໍ່ໄດ້

Wed Hosting ມີການສຳຮອງຂໍ້ມູນໂດຍການສຳຮອງຂໍ້ມູນເປັນແບບ Snapshot ໄປໄວ້ທີ Backup Server ໂດຍ ເຮັດຫການເກັບຂໍ້ມູນທຸກວັນ ແລະ ຫາກລະບົບປະຕິບັດງານທີ່ໃຊ້ການເກີດປັນຫາ ຈະສາມາດກູ້ຂໍ້ມູນໄປທັບຂໍ້ມູນເກົ່າໄດ້ທັນທີ ເມື່ອ Boot ເຄື່ອງ ກໍ່ຈະຄ້າຍກັລບການຍ້ອນເວລາໄປຍັງຊ່ວງທີ່ Backup ໄດ້ທັນທີ ເຊີ່ງຈະເກັບໄດ້ຍ້ອນຫລັງ 3 ອາທິດ ອີກຍັງສາມາດເລືອກກູ້ຄືນຂໍ້ມູນສະເພາະບາງໄຟຣໄດ້ອີກດ້ວຍ.

ທີ່ມາຂອງຂ່າວ: https://xservicelao.com

Comments are closed