ຕິດຕາມພວກເຮົາ:

  • Home
  • Crypto
  • ປະຫວັດ ແລະ ຂໍ້ມູນຂອງຫຼຽນ Shiba Inu

ປະຫວັດ ແລະ ຂໍ້ມູນຂອງຫຼຽນ Shiba Inu

Shiba Inu (SHIB) ເປັນໂທເຄັນ ERC20 ທີ່ຖືກລັນຢູ່ເຄື່ອຂ່າຍຂອງ Ethereum ເປັນຮູບໝາສາຍພັນ Shiba Inu ແລະ ລາຄາຂອງ Shiba Inu ນັ້ນ ມີການຊື້ຂາຍກັນຢູ່ປະມານ $ 0.00003262 ຂອງວັນທີ່ 12/05/2021 ເພີ່ມຂື້ນ 39,357% ພາຍໃນ 30 ມື້ ແລະ ເພີ່ມຂື້ນ 1,951% ໃນອາທິດຕໍ່ມາ, ໂດຍການເພີ່ນຂື້ນຂອງລາຄາຢ່າງວ່ອງໄວນີ້ ເຮັດໃຫ້ມູນຄ່າຕະຫຼາດຂອງ Shiba Inu ເພີ່ມຂື້ນຮອດ 13.2 ພັນລານໂດລາ ແລະ ກາຍເປັນຫຼຽນ Crypto ທີ່ມີມູນຄ່າຕະຫຼາດຫຼາຍທີ່ສຸດເປັນລໍາດັບທີ່ 17 ອ້າງອີງຂໍ້ມູນຈາກ Coinmarketcap

ທ່ານສາມາດຊື້ຫຼຽນ Shiba Inu ໄດ້ຈາກໃສ່ ?

ທ່ານສາມາດຊື້ຫຼຽນ Shiba Inu ໄດ້ຜ່ານກະດານແລກປ່ຽນ Crypto ຊັ້ນນໍາຈາກ Binance, Huobi Global ແລະ OKEx, ນອກນີ້ Shiba Inu ຍັງມີການຊື້ຂາຍຜ່ານກະດານແລກປ່ຽນແບບກະຈາຍອໍານາດເຊັນ: Uniswap , 1inch ແລະ 0x

ເບື້ອງຫຼັງຂອງຫຼຽນ Shiba Inu

ຕາມຂໍ້ມູນທີ່ຂຽນໄວ້ໃນເວັບໄຊທາງການຂອງ Shiba Inu ນັ້ນ, Shiba Inuຖືກສ້າງຂື້ນເພື່ອເປັນ ການທົດລອງການສ້າງຊຸມຊົນທີ່ເກີດຂື້ນເອງໃນຮູບແບບກະຈາຍອໍານາດ ແລະ ເປັນຫຼຽນທໍາອິດທີ່ມີສາຍພັນໝາ Shiba Inu ທີ່ມີການຕໍ່ຍອດໄປຫາຫຼຽນອື່ນໆເຊັນ: LEASH ເປັນອີກໜື່ງ Token ທີ່ມີຈໍານວນຈໍາກັດ ແລະ ມີມູນຄ່າເພີ່ມຂື້ນມາຫາສານ ລວມເຖິງ BONE ຫຼຽນອີກໂຕທີ່ກໍາລັງຈະເປີດໂຕພ້ອມກັບເວັບແລກປ່ຽນແບບກະຈາຍອໍານາດຂອງ ShibaSwap (DEX)

ເອກະສານ Woofpaper ຂອງ Shiba Inu ນັ້ນຂຽນລະບຸວ່າຫຼຽນ Shiba Inu ຖູກສ້າງຂື້ນເປັນຈໍານວນທັງໝົດ 1 ລ້ານລ້ານຫຼຽນ ແລະ ທີມນັກພັດທະນາທີ່ຢູ່ເບື້ອງຫຼັງຫຼຽນ Shiba Inu ໄດ້ໂອນຫຼຽນຈໍານວນຫຼາຍກວ່າເຄີ່ງໜື່ງຂອງອຸປະທານທັງໝົດຈໍານວນ 505,000,000,000,000 SHIB ໄປຫາ Address ຂອງທ່ານ Vitalik Buterin ຜູ້ກໍ່ຕັ້ງ Ethereum ໂດຍເງິນຈໍານວນດັງກວ່ານັ້ນຖືວ່າເປັນການ (ເຜົາຖີ້ມ) ຫຼື ຖືກນໍາອອກຈາກຕະຫຼາດ ເພື່ອຊ່ອຍຜັກດັນມູນຄ່າຂອງ Token ທີ່ເຫຼືອຢູ່ສໍາລັບການຊື້ຂາຍໃຫ້ລາຄາເພີ່ມສູງຂື້ນ

Comments are closed