ຕິດຕາມພວກເຮົາ:

  • Home
  • News
  • ລາວຈະພັດທະນາລະບົບບໍລິຫານລັດໃຫ້ເປັນລະບົບດິຈິຕອນ

ລາວຈະພັດທະນາລະບົບບໍລິຫານລັດໃຫ້ເປັນລະບົບດິຈິຕອນ

ລາວກໍາລັງຈະພັດທະນາລະບົບບໍລິຫານລັດ ໃຫ້ເປັນລະບົບທີ່ທັນສະໄໝ

ລັດຖະບານລາວ ຕາງໜ້າໂດຍສູນບໍລິຫານລັດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍາລັງຮວ່ມມືກັບບໍລິສັດ ສະຕາໂທລະຄົມ ຈຳກັດ, ກ່ຽວກັບການສຶກສາຄົ້ນຄວ້າ ກ່ຽວກັບການຫັນເປັນລັດຖະບານດິຈິຕອນ ແລະ ປັບປຸງຟອນພາສາລາວໃຫ້ສົມບູນເປັນຕົ້ນ, ເພື່ອການຄົ້ນຄວ້າພັດທະນາມາດຕະຖານຂອງລະບົບ Application ຕ່າງໆ ເພື່ອເຂົ້ານໍາໃຊ້ໃນການບໍລິການທັງພາກລັດ, ພາກສ່ວນທຸລະກິດ ແລະ ບຸກຄົນທົ່ວໄປ, ນອກຈາກນີ້ການຮ່ວມມືດັ່ງກ່າວຍັງຈະໄດ້ສຶກສາຄົ້ນຄວ້າການພັດທະນາລະບົບທຸລະກຳ ແລະ ການຄ້າທາງດິຈິຕອນ ເພື່ອເຊື່ອມໂຍງກັບລະບົບລັດຖະບານດິຈິຕອນ ແລະ ລະບົບລາຍເຊັນແບບເອເລັກໂຕນິກ ເພື່ອສົ່ງເສີມການບໍລິຫານ ແລະ ບໍລິການທາງພາກລັດໃຫ້ທັນສະໄໝ

Comments are closed